ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້​ຝ່າຍຕ່າງໆ​ປະກອບສ່ວນ​ເຂົ້າ​ໃນ​ການ​ສືບສວນ​ເຫດການ​ຍົນ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​ນັ້ນຢ່າງ​ເຕັມທີ່
2014-07-22 14:40:12  cri 
    ວັນ​ທີ 21 ກໍລະກົດ​ນີ້ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຜ່ານ​ມະຕິ, ​ໂດຍ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຍົນ​ໂດຍສານ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​​ຝ່າຍຕ່າງໆ​ປະກອບສ່ວນ​ເຂົ້າ​ໃນ​ການ​ສືບສວນ​ເຫດການ​ດັ່ງກ່າວ​​ຢ່າງ​ເຕັມທີ່.

    ຕອບ​ບ່າຍ​ມື້​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ​ໄດ້​ໄຂ​ກອງ​ປະຊຸມ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ອູ​ແກຣນ ​ແລະ​ໄດ້​ຜ່ານ​ມະຕິ​ຢ່າງ​ເປັນ​ເອກະ​ພາບ​ກັນ. ມະຕິ​ຂຽນ​ວ່າ, ສະພາ​ຄວາມ​ໝັ້ນຄົງ​ສະໜັບສະໜູນການ​​ສືບສວນ​ຈາກ​ສາກົນ​ຕໍ່​ເຫດການ​ຍົນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​ຢ່າງຮອບດ້ານ, ​ເຖິງ​ຖອງ ​ແລະ​ເປັນ​ອິດສະຫຼະ ​ໂດຍ​ອີງ​ຕາມຫຼັກມາດຖານ​ຂອງ​ການບິນ​ພົນລະ​ເຮືອນ​ສາກົນ, ​ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ລາຍ​ງານ​ຂ່າວ​ທີ່​ວ່າ "ບໍ່​ສາມາດ​ເຂົ້າສູ່​ສະຖານ​ທີ່​ຍົນ​ຕົກ​ໄດ້​ຢ່າງ​ເຖິງ​ຖອງ ​ແລະ​ການ​ເຂົ້າອອກ​ຖືກ​ຈຳກັດ". ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້​ກຸ່ມ​ປະກອບ​ອາວຸດ​ທີ່ຢູ່​ສະຖານ​ທີ່​ຍົນ​ຕົກ​ແລະ​ບໍລິ​ເວນ​ໃກ້​ຄຽງ​ນັ້ນ ບໍ່​ຄວນ​ໃຊ້​ການ​ກະທຳ​ທີ່​ອາດ​ຈະ​ທຳລາຍ​ສະພາບ​ເດີມ​ຂອງ​ສະຖານ​ທີ່​ຍົນ​ຕົກ​ນັ້ນ​ແຕ່​ຢ່າງ​ໃດ, ​ແລະ​ອະນຸຍາດ​ໃຫ້​ຜູ້​ສືບ​ສວນ​ສາກົນ ​ເຂົ້າສູ່​ສະຖານ​ທີ່​ຍົນ​ຕົກ​ແລະ​ບໍລິ​ເວນ​​ໃກ້​ຄຽງ "ຢ່າງ​ປອດ​ໄພ, ມີ​ການ​ຮັບປະກັນ ​ແລະ​ບໍ່​ຖືກ​ຈຳກັດ" ​ໃນ​ທັນທີ.

    ມະຕິ​ຍັງ​ຂຽນ​ຕື່ມ​ວ່າ, ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້ຍຸດຕິການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທັງ​ໝົດ​ທີ່ຢູ່​ສະຖານ​ທີ່​ຍົນ​ຕົກ​ແລະ​ບໍລິ​ເວນ​ໃກ້​ຄຽງ​ໃນ​ທັນທີ, ລວມທັງ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ກຸ່ມ​ປະກອບ​ອາວຸດ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສືບສວນ​ຢ່າງ​ມີ​ການ​ຮັບປະກັນ​ແລະ​ປອດ​ໄພ, ພ້ອມ​ທັງ​ເຕືອນ​ໃຫ້​ປະ​ເທດ​​ແລະ​ກຸ່ມ​ປະກອບ​ອາວຸດ​ທັງ​ໝົດ​ຢູ່​ເຂດ​ດັ່ງກ່າວຈົ່ງ​ໃຫ້ການ​ຮ່ວມ​ມື ​ຢ່າງ​ເຕັມທີ່​ຕໍ່​ການ​ສືບສວນ​ເທື່ອ​ນີ້, ລວມທັງ​ການ "ອະນຸຍາດ​ໃຫ້​ເຂົ້າສູ່​ສະຖານ​ທີ່​ຍົນ​ຕົກ​ຢ່າງ​ບໍ່​ຖືກ​ຈຳກັດ​ໃນ​ທັນທີ". ສະພາ​ຄວາມ​ໝັ້ນຄົງ​ຍັງ​ຈະ​ລົງ​ໂທດ​ຜູ້​ກໍ່​ເຫດການ, ​ແລະ​ຮຽກຮ້ອງ​ໃຫ້​​ທຸກ​ປະ​ເທດ​ໃຫ້ການ​ຮ່ວມ​ມືຢ່າງ​ເຕັມທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ