ການ​ປະ​ທະ​ກັນ​ລະຫວ່າງ​ອິສຣາ​ແອນ​ກັບປາ​​ແລັສຕີນ​ຢູ່​ເຂດກາຊາສືບ​ຕໍ່​ດໍາ​ເນີນ​ໄປ ປະຊາ​ຄົມ​​ໂລກ​ພະຍາຍາມ​ໄກ່​ເກ່ຍ​ເພື່ອ​ໃຫ້​ຢຸດ​ຍິງ
2014-07-23 17:14:38  cri 

ວັນ​ທີ 22 ກໍລະກົດນີ້, ​ອິສຣາ​ແອນ​​ໄດ້​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ "Operation Protective Edge"ຕໍ່​ເ​ຂກກາຊາ​ເປັນ​ເວລາ 15 ມື້, ສ່ວນ​ການ​ໂຈມ​ຕີ​ທາງ​ພື້ນ​ດິນຂອງ​ທະຫານ​ອິສຣາ​ແອນກໍ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ 5 ​ມື້. ຈໍານວນ​ຜູ້​ເສຍ​ຊີວິ​ດຢູ່​ເຂດ​ກາຊາ​ມີຫຼາຍ​ກວ່າ 600 ຄົນ, ສ່ວນທະຫານ​ອິສຣາ​ແອນກໍມີ​ຜູ້​ເສຍ​ຊີວິດ​ເຖິງ 27 ຄົນ. ມື້​ດຽວ​ກັນ, ​​ຝ່າຍ​ອິສຣາ​ແອນ​ໄດ້​ຢືນຢັນ​ວ່າ​ມີ​ເຈົ້າໜ້າ​ທີ່​ທະຫານ​ຄົນ​ໜຶ່ງ​ໄດ້​ເສຍ​ຊີວິດ. ພ້ອມ​ກັນ​ນັ້ນ, ການ​ໄກ່​ເກ່ຍຂອງ​ປະຊາ​ຄົມ​ໂລກ​ເພື່ອ​ໃຫ້ຢຸດ​ຍິງ​ຍັງ​ສືບ​ຕໍ່​ດໍາ​ເນີນຢູ່, ມື້​ດຽວ​ກັນ, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ໄປ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ​ລະຫວ່າງອິສຣາ​ແອນ​ກັບ​ປາ​​ແລັສຕີນ ​ເພື່ອ​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ປະ​ທະ​ກັນ​ແລະ​ເລີ່​ມການ​ສົນທະນ​າກັນ.

ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຂໍ້​ສະ​ເໜີ​ອັນ​ດຽວ​ຕໍ່ອິສຣາ​ແອນ​​ແລະ ​ປາ​​ແລັສຕີນ ຄື ຢຸດຕິ​ການ​ປະ​ທະ​ກັນ, ​ເລີ່​ມການ​ສົນທະນາກັນ, ປະ​ເຊີນ​ໜ້າ​ກັບ​ສາ​ເຫດຕົ້ນຕໍຂອງ​ການ​ປະ​ທະ​ກັນ, ມີ​ແຕ່​ເຮັດ​ແນວ​ນີ້, ພວກ​ເຮົາ​ຈຶ່ງຈະ​ບໍ່​ກັບ​ຄືນ​ສູ່​ສະພາບ​ດຽວ​ກັນ​​ໃນ​ໜຶ່ງ​ປີ​ຫຼື​ເຄິ່ງປີ​ຕໍ່ໜ້າ​ນີ້ ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ