ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ປະກາດ​ວ່າ​ຈະ​ຈັດການ​ຊ້ອມ​ຮົບ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ໄລຍະ​ມໍ່ໆ​ນີ້
2014-07-27 14:33:46  cri 

ເລີ່​ມ​ແຕ່​ວັນ​ທີ 29 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ, ກອງທັບ​ຂອງ​ຈີນ​ຈະ​ຈັດການ​ຊ້ອມຣົມຢູ່​​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ.

ວັນ​ທີ 27 ກໍລະກົດ​ນີ້, ກົມ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນ​ໄດ້​ປະກາດ​ຂ່າວ​ດັ່ງກ່າວ​ແລະ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ເທື່ອ​ນີ້​ແມ່ນ​ການ​ຝຶກ​ຊ້ອມ​ປະຈຳ​ປີ​ຂອງ​ກອງທັບ​ຈີນ, ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຝຶກ​ອົບຮົມ​ຄວາມ​ສາມາດ​ສູ້​ຮົບ​ຂອງ​ກອງທັບ​ຈີນ, ຍົກ​ລະດັບ​ຕໍ່ສູ້​ໃນ​ຕົວ​ຈິງ​ແລະ​ຊຸກ​ຍູ້​ການ​ກະກຽມ​ໃນ​ການ​ສູ້​ຮົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ