ທັງ​ອອກກຳລັງ​ກາຍ​ທັງ​ຟັງ​ດົນຕີ​ໄປ​ນຳສາມາດ​ປ້ອງ​ກັນ​ບໍ່​ໃຫ້ຜູ້​ເຖົ້າເປັນພະຍາດ​ສະໝອງ​ເຊື່ອມ​
2014-07-27 15:15:55  cri 
ການ​ອອກກຳລັງ​ກາຍ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ເຖົ້າ​ເປັນ​ພະຍາດ​ສະ​ໝອງ​ເຊື່ອມ​ແມ່ນ​ເລື່ອງ​ທີ່​ຮູ້​ໂດຍ​ທົ່ວ​ໄປ​. ຜົນ​ການ​ຄົ້ນ​ຄ້ວາ​ຫຼ້າ​ສຸດຂອງໜ່ວຍ​ງານ​ຄົ້ນ​ຄ້ວາ​ຍີ່ປຸ່ນສະ​​ແດງ​ໃຫ້​ເຫັນວ່າ, ທັງ​ອອກກຳລັງ​ກາຍ​ທັງ​ຟັງ​ດົນຕີ​ໄປ​ນຳ, ມີ​ຜົນ​ດີ​ຫຼາຍ​ກວ່າ​ເກົ່າ​ຕໍ່​ການ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ເຖົ້າ​ເປັນ​ພະຍາດ​ສະໝອງ​ເຊື່ອມ.

ໜ່ວຍ​ງານ​ຄົ້ນ​ຄ້ວາ​ຂອງ​ມະຫາວິທະຍາ​ໄລ​ມິ​ເອະ (MIE UNIVERSITY)ຍີ່ປຸ່ນ​ໄດ້ດຳ​ເນີນ​ການ​ສຳ​ຫຼວດຕໍ່ຜູ້​ເຖົ້າ​119ຄົນທີ່​ມີ​ອາຍຸ65​ປີ​ຂຶ້ນ​ໄປ​ແລະ​ມີ​ສຸຂະພາບ​ແຂງ​ແຮງ​ເປັນ​​ໄລຍະ1​ປີ. ຜູ້​ເຖົ້າ​ເຫຼົ່າ​ນີ້​ຖືກ​ແບ່ງ​ເປັນ3​ໜ່ວຍ, ໜ່ວຍທີ​ໜຶ່ງ ​ອອກກຳລັງ​ກາຍ​ທັງ​ຟັງ​ດົນຕີ​ໄປ​ນຳ, ໜ່ວຍທີ​ສອງ​ອອກກຳລັງ​ກາຍ, ໜ່ວຍທີ​ສາມ​ບໍ່​ອອກກຳລັງ​ກາຍ. ​ເນື້ອ​​ໃນ​ການ​ອອກກຳລັງ​ກາຍ​ລວມທັງ10ລາຍການ ​ເຊັ່ນ​ການ​ຍ່າງ, ການ​ຝຶກ​ກຳລັງ​ຂອງ​ກໍ້າ​​​ເນື້ອ​ແລະ​ອື່ນໆ.

ຫຼັງ​ຈາກ​ນັ້ນ1​ປີກ​ວດສຸຂະ​ພາບ​ແລ້ວ​ເຫັນ​ວ່, ​ໃນ​ດ້ານ​ຄວາ​ມສາມາດ​ການ​ຄິດ​ໄລ່​ແລະ​ຄວາມ​ຈື່​ຈຳທີ່​​ຄະ​ແນມ​ເຕັ້ມ​ແມ່ນ30ນັ້ນ, ໜວຍທີ​ໜຶ່ງ​ໄດ້28,7, ໜ່ວຍ​ທີ2​ໄດ້27,8, ໜ່ວຍ​ທີ3​ໄດ້27,2.

ຜູ້​ເຖົ້າ​ຢູ່​ໜ່ວຍ​ທີ​ໜຶ່ງ​ສ່ວນ​ຫຼາຍ​ເຫັນ​ວ່າ: "​ແຕ່​ກີ້​ມັກ​ລື່ມໜ້າ​ລື່ມຫຼັງ, ດຽວ​ນີ້​ຄວາມ​ຈື່​ຈຳ​ຍົກ​ສູງ​ຂຶ້ນ​ແລ້ວ", "ຜ່າ​ນການ​ຝຶກກໍ້າ​ເນື້ອ​ທີ່​ບໍ່​ເຄີຍ​ໃຊ້​ເລື້ອຍໆ​​ໃນ​ຊີວິດ​ປະຈຳ​ວັນ, ຮູ້ສຶກ​ສະໝອງ​ຄ່ອງ​ແຄ້ວ​ກວ່າ​ເກົ່າ."

ໜ່ວຍງານ​ການ​ຄົ້ນ​ຄ້ວາ​ເຫັນ​ວ່າ, ດົນຕີ​ສາມາດ​ຍົກ​ສູງປະສິດ​ທິຜົນ​ຂອງ​ການ​ອອກກຳລັງ​ກາຍ, ສ່ວນ​ປະກອບ​ດົນຕີ​ເຂົ້າ​ໃນ​ການ​ອອກກຳລັງ​ກາຍ​ບໍ່​ພຽງ​ແຕ່​ແມ່ນການ​ອອກກຳລັງ​ກາຍລ້າໆ, ຍັງ​ສາມາດ​ຝຶກ​ສະໝອງອີກ. ນອກ​ນີ້, ດົນຕີ​ສາມາດກະຕຸກ​ສະໝອງ, ປັບປຸງ​ການ​ຮັບ​ຮູ້ດ້ານ​ສາຍຕາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ