ກິດຈະກຳລົງລາຍເຊັນເພື່ອ​ຄັດ​ຄ້ານ "ຂະ​ບວນ​ການ​ຍຶດ​ຄອງ​ຈົ່ງ​ຫວນ"​ຮົງ​ກົງ ໄດ້​ລວບ​ລວມ​ລາຍ​ເຊັນ​ໄດ້​ຫຼາຍ​ກວ່າ 9 ແສນ 3 ໝື່ນ​ຄົນ​ແລ້ວ
2014-07-28 14:06:39  cri 
ຕອນ​ຄ່ຳ​ວັນ​ທີ 27 ກໍລະກົດ​ນີ້, ກຸ່ມ​ພັນທະ​ມິດ​ປົກ​ປັກ​ຮັກສາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​ຄັດຄ້ານ​ "ຂະ​ບວນການ​ຍຶດຄອງ​ຈົ່ງ​ຫວນ"ຮົງ​ກົງ​ຢືນຢັນ​ວ່າ, ​ການເຄື່ອ​ນ​ໄຫວ​ລົງ​ລາຍ​ເຊັນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ຄັດຄ້ານ​ຄວາມ​ຮຸນ​ແຮງ​ແລະ​ຄັດຄ້ານ​ "ຂະ​ບວນການ​ຍຶດຄອງ​ຈົ່ງ​ຫວນ"​ໄດ້​ຮັບ​ໃບ​ຟອມລົງ​ລາຍ​ເຊັນ​ລວມທັງ​ໝົດຫຼາຍ​ກວ່າ 9 ​ແສນ 3 ໝື່ນ​ໃບ, ​ເຊິ່ງ​ໃນ​ນັ້ນ​ລວມທັງ​​ໃບ​ລົງ​ລາຍ​ເຊັນ​ຂອງ​ຜູ້​ທີ່​ບໍ່​​ແມ່ນ​ຊາວ​ເມື​ອງຮົງ​ກົງ 2201 ​ໃບ.

ກຸ່ມ​ພັນທະ​ມິດ​ປົກ​ປັກ​ຮັກສາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​ຄັດຄ້ານ​ "ຂະ​ບວນການ​ຍຶດຄອງ​ຈົ່ງ​ຫວນ"ຮົງ​ກົງ​​ໄດ້​ຕັ້ງ​ຈຸ​ດ​ລວບ​ລວມໃບ​ລົງ​ລາຍ​ເຊັນ​ຂອງ​ຊາວ​ເມືອງ​ຢູ່​ເຂດ​ຕ່າງໆ​ຂອງ​ຮົງ​ກົງ​ມາ​ໄດ້ 9 ວັນ​ລຽນຕິດ. ທ່ານ​​ໂຈ່​ວຢົງ ​ໂຄສົກ​ກຸ່ມ​ພັນທະ​ມິດ​ກ່າວ​ວ່າ, ວັນ​ທີ 28 ກໍລະ​ກົດ​ນີ້, ທ່ານ​ຈະ​ພ້ອມ​ກັບ​ສະມາຊິກ​ອື່ນ​ອີກ 2 ຄົນ​ຂອງ​ກຸ່ມ​ພັນທະ​ມິດ​ເພື່ອ​ພົບ​ປະ​ກັບ​ທ່ານ​ນາງ​ລິນ​​ເຈິ້ງ​ເຢ້​ເອີ ຫົວໜ້າ​ພະ​ແນ​ກວຽກ​ງານ​ການ​ເມືອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ໂດຍ​ຈະ​ສະ​ແດງ​ຄວາມ​ເຫັນ​ຂອງ​ຊາວ​ເມືອງ​ໃນ​ການ​ຄັດຄ້ານ​ "ຂະ​ບວນການ​ຍຶດຄອງ​ຈົ່ງ​ຫວນ", ​ແລະ​ຍື່ນ​ລາຍ​ເຊັນ​ທີ່​ສາມາດລວບ​ລວມມາ​ໄດ້​ໃຫ້​ທ່ານ​ນາງ​ລິນ​​ເຈິ້ງ​ເຢ້​ເອີ.

ເລີ່​ມ​ແຕ່​ວັນ​ທີ 19 ກໍລະກົດ​ນີ້​ເປັນ​ຕົ້ນ​ມາ, ກຸ່ມ​ພັນທະ​ມິດ​ປົກ​ປັກ​ຮັກສາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​ຄັດຄ້ານ​ "ຂະ​ບວນການ​ຍຶດຄອງ​ຈົ່ງ​ຫວນ"ຮົງ​ກົງ​ໄດ້ຮ່ວມ​ກັບ​ອົງການ​ຈັດ​ຕັ້ງ 1100 ກວ່າ​ອົງການ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລົງ​ລາຍ​ເຊັນທີ່​ຈະ​ດຳ​ເນີນ​ເປັນ​ເວລາ​ເກືອບ 1 ​ເດືອນ, ຈຸດປະສົງ​ແມ່ນ​ເພື່ອ​​ລວບ​ລວມ​ເອົາ​ເຊັນ​ໃຫ້​ໄດ້​ຫຼາຍ​ກວ່າ 8 ​ແສນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ