ເສ​ສວນ​ເປີດ​ເຜີ​ຍຫຼັກ​ຖານ​ໃໝ່ກ່ຽວ​ກັບ​ໂທດ​ກຳ​ຂອງ​ທະຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ເກືອບ 500 ອັນ
2014-07-28 15:02:39  cri 

ວັນ​ທີ 27 ກໍລະກົດ​ນີ້, ຫໍພິພິດທະພັນ​ຈ້ຽນສວນ​ເສ​ສວນ​ໄດ້​ເປີ​ດ​ເຜີຍ​ຫຼັກ​ຖານ​ໃໝ່​ກ່ຽວ​ກັບ​ໂທດ​ກຳ​ຂອງ​ທະຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ໃນ​ສະ​ໄໝ​ສົງຄາມ​ໂລກຄັ້ງ​ທີ​ສອງ​ເກືອບ 500 ອັນ(ຊຸດ), ​ເຊິ່ງ​ໃນ​ນັ້ນ​ລວມທັງ​ຈົດໝາຍ​ຄອບຄົວ, ບົດ​ບັນທຶກ​ປະຈຳ​ວັນ, ​ເອກະສານ​ບັນທຶກ​ຄຳ​ໃຫ້ການ, ​ເອກກະສາ​ນ, ຈົດໝາຍ​ໃນ​ໄລຍະ​ຖິ້ມ​ລະ​ເບີດ, ປຶ້ມ​ຮູບ​ໂຄສະນາ​ຜົນງານ​ສູ້​ຮົບ, ວາລະສານ​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​​ແລະ​ຂໍ້​ມູນ​ອື່ນໆ​ຂອງ​ທະ​ຫານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ. ​ໃນ​ນັ້ນ,ຂໍ້​ມູນ​ປະ​ຫວັດ​ສາດ​ອັນ​ສຳຄັນ​ສ່ວນ​ໜຶ່ງ​ແມ່ນ​ທ່ານ​ຟານ​ຈ້ຽນສວນ ຫົວໜ້າ​ຫໍ​ພິ​ພິດ​ທະ​ພັນ​ຈ້ຽນ​ສວນ​ເດີນ​ທາງ​ໄປ​ຍີ່ປຸ່ນ​ຫຼາຍ​ເທື່ອ​ໂດຍ​ສາມາດ​​ເກັບ​ກຳ​ແລະ​​ເກັບ​ຊື້​ຈາກ​ຕະຫຼາດ​ຢູ່​ຍີ່ປຸ່ນ, ຂໍ້​ມູນ​ຈຳນວນ​ຫຼວງ​ຫຼາຍ​ແມ່ນ​ນຳ​ມາ​ເປີດ​ເຜີ​ຍ​ເປັນ​ເທື່ອ​ທຳ​ອິດ, ຂໍ້​ມູນ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ກອງທັບ​ຍີ່ປຸ່ນ​ຮຸກ​ຮານ​ຈີນ​ເຫຼົ່າ​ນີ້​ຈະ​ກາຍ​ເປັນ​ເນື້ອ​ໃນ​ຕົ້ນຕໍ​ສຳລັບ​ຫໍພິພິດທະພັນ​ຈ້ຽນສວນ​ໃນ​ການ​ກະກຽມ​ສ້າງ​ຕັ້ງຫໍ​ວາງສະ​ແດງ​ຫຼັກ​ຖານ​ໂທດ​ກຳ​ຂອງ​ທະຫານ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ