ເວທີປຶກສາຫາລື​ລະ​ດັບ​ສູງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສັງ​ຄົມ​ຈີນ-ສິງ​ກະ​ໂປ​ຄັ້ງ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2014-07-28 18:31:29  cri 
ເວທີປຶກສາຫາລືລະດັບສູງການຄຸ້ມຄອງສັງຄົມຈີນ-ສິງກະໂປຄັ້ງທີສອງໄດ້ຈັດຂຶ້ນໃນ ວັນທີ 28ກໍລະ​ກົດ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ. ໂດຍ​ມີ​ທ່ານ​ເມິ້ງຈ້ຽນຈູ ກຳມະການກົມ ການເມືອງສູນກາງພັກ, ເລຂາທິການຄະນະ​ກຳ​ມະ​ການ​ການ​ເມືອງ​ກົດ​ໝາຍ​ສູນ​ກາງ, ຫົວ​ໜ້າ​ຄະ​ນະກຳ​ມະການຄຸ້ມຄອງສັງລວມສູນກາງພັກຄອມມູນິດ​ຈີນແລະທ່ານເຕວຊີເຮັນ ຮອງ​ນາ​ຍົກ​ລັດ​ຖະມົນຕີທັງ​ເປັນລັດຖະມົນຕີ​ວ່າການກະຊວງ​ປະ​ສານ​ງານ​ຄວາມໝັ້ນຄົງ​ແຫ່ງຊາດແລະລັດຖະມົນຕີວ່າການກະຊວງພາຍໃນສິງກະໂປເຂົ້າ​ຮ່ວມ​ແລະກ່າວ​ຄຳປາໄສ​ໃນພິທີ​ເປີດ​ກອງ​ປະ​ຊຸມ.

ທ່ານເມິ້ງຈ້ຽນຈູໄດ້ມີຂໍ້ສະເໜີ 4 ຂໍ້ກ່ຽວກັບການລົງເລິກຊຸກຍູ້ການແລກປ່ຽນແລະການ ຮ່ວມ​ມື​ດ້ານ ການ​ຄຸ້ມຄອງສັງຄົມລະຫວ່າງ​ຈີນ​ກັບ​ສິງ​ກະ​ໂປ, ໂດຍ​ສະ​ເພາະ​ແມ່ນການຍຶດໝັ້ນ ໃນການປົກຄອງຕາມກົດໝາຍ, ການສ້າງສັງຄົມແຫ່ງກົດໝາຍຄື ຍຶດໝັ້ນການແລກ​ປ່ຽນແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນແລະກັນ, ຮ່ວມ​ກັນຊົມໃຊ້ບົດຮຽນດ້ານການຄຸ້ມຄອງສັງຄົມຕາມ ກົດ​ໝາຍ; ຍຶດ​ໝັ້ນ​ການ​ຮ່ວມ​ມື​ຕົວ​ຈິງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​ແຫ່ງ​ກົດ​ໝາຍ; ຍຶດ​ໝັ້ນ ເນັ້ນ​ໜັກ​ວຽກ​ງານ​ຈຸດ​ສຸມ,ຮ່ວມ​ກັນ​ແກ້​ໄຂ​ຂໍ້​ຫຍຸ້ງ​ຍາກ​ໃນ​ການ​ຄຸ້ມ​ຄອງ​ສັງ​ຄົມ; ຍຶດ​ໝັ້ນ​ບູ​ລະ​ນະ ກົນໄກໃຫ້ສົມບູນຂຶ້ນ, ຍົກລະດັບການແລກປ່ຽນແລະການຮ່ວມມືດ້ານ​ການ​ຄຸ້ມ​ຄອງ​ສັງ​ຄົມ ໃຫ້ສູງຂຶ້ນ.

ໃນເວລາກ່າວຄຳປາໄສ, ທ່ານເຕວຊີເຮັນໄດ້ແນະນຳທັດສະນະຄະຕິແລະບົດຮຽນຂອງ ສິງກະໂປ​ໃນ​ການຄຸ້ມຄອງສັງຄົມ, ແລະ​ໄດ້​ສະ​ແດງ​ຄວາມ​ມຸ້ງ​ຫວັງ​ທີ່​ຢາກ​ເພີ່ມທະວີການ ແລກປ່ຽນ​ແລະການຮ່ວມ​ມືໃນຂົງເຂດການຄຸ້ມຄອງ​ລະຫວ່າງສອງ​ປະເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ