ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ເຫັນ​ວ່າ​ເຂດ​ປະ​ທະ​ກັນ​ຂອງອູ​ແກຣນຄວນ​ຢຸດ​ຍິງ​ໃນ​ທັນທີ
2014-07-28 14:45:08  cri 
ວັນ​ທີ 27 ກໍລະກົດ​ນີ້, ທ່ານ​ເຊີ​ເກ ລັ​ຟ​ໂລ​ຟ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຣັດ​ເຊຍ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ຈອນ ​ແຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ຂອງ​ອູ​​ແກຣນ, ສອງ​ຝາຍ​ເຫັນ​ວ່າ​ເຂດ​ປະ​ທະ​ກັນ​ຂອງ​ອູ​ແກຣນຄວນຢຸດ​ຍິງ​ໃນ​ທັນທີ.

ຕາມ​​ແຈ້ງ​ການ​ຂອງເວັບ​ໄຊກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ແຈ້ງ​ໃຫ້​ຮູ້​ວ່າ, ທ່ານ​ເຊີ​ເກ ລັຟ​ໂລ​ຟ​ແລະ​ທ່ານ​ຈອນ​ແຄຣີກ່າວ​ວ່າ, ​ເຂດ​ປະ​ທະ​ກັນ​ຂອງ​ອູ​ແກຣນຄວນ​ບັນລຸ​ການ​ຢຸດ​ຍິງ​ໃນ​ທັນທີ​ແລະ​ເຄົາລົບ​ຕາມຂໍ້​ຕົກລົງເຊີ​ແນວ​ລະຫວ່າງຣັດ​ເຊຍ, ອາ​ເມ​ລິ​ກາ, ອູ​ແກຣນ​ ​ແລະ ສະຫະພາບ​ເອີ​ລົບ​ທີ່​ບັນລຸ​ຮ່ວມ​ກັນໃນ​ວັນ​ທີ 17 ​ເມສາ​ຂອງປີນີ້, ແລະດຳ​ເນີນ​ການ​ສົນທະນາ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ.

​ແຈ້ງ​ການ​ກ່າວ​ວ່າ, ທ່ານ​ເຊີ​ເກ ລັຟ​ໂລ​ຟກ່າວ​ວ່າ, ຣັດ​ເຊຍ​ໄດ້​ເຊື້ອ​ເຊີນຜູ້​ສັງ​ເກດ​ການ​ຂອງ​ອົງການ​ຄວາມ​ໝັ້ນຄົງ​ແລະ​ກາ​ນຮ່ວມ​ມື​ເອີ​ລົບຫຼື OSCE ​ເດີນທາງ​ໄປ​ສະຖານ​ນີກວດກາກູ​ໂຄ​ໂວ​ແລະ​ໂດ​ເນັດ​ສ໌ຂອງຣັດ​ເຊຍ​ເພື່ອ​ດຳ​ເນີນ​ການສຳ​ຫຼວດ​ກວດກາ. ທ່ານ​ເຊີ​ເກ ລັຟ​ໂລ​ຟກ່າວ​ວ່າ​ຫວັງວ່າການສຳຫຼວດກວດກາ​ຂອງ​ຜູ້​ສັງ​ເກດ​ການ​ຂອງ​ອົງການ OSCE ຈະ​ບໍ່​ມີອຸປະສັກ​​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ