ຜູ້​ຊາຍ​ຂອງ​ອີຣານ 5 ຄົນຖືກ​ຂ້ຽນ​ຕີ​ຍ້ອນ​ກິນ​ດື່ມ​ໃນ​ໄລຍະ​ຖື​ສິນ​ອົດ
2014-07-28 16:13:53  cri 
ຕາມ​ຂ່າວສານ IRNA ຂອງ​ອີຣານລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ນະຄອນ​ເຄີ​ມານ​ສ໌ຊາຮ໌ ຊຶ່ງ​ເປັນ​ເມືອງທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣານ ມີ​ຜູ້​ຊາຍ 5 ຄົນ​ໄດ້​ຖືກ​ຂ້ຽນຕີ​ຍ້ອນ​ກິນ​ດື່ມ​ຢູ່​ສະຖານ​ທີ່​ສາທາລະນະ​ໃນ​ໄລຍະ​ຖື​ສິນ​ອົດ. ​ໃນ​ໄລຍະ​ຖື​ສິນ​ອົດ​ຂອງທຸກ​ປີ, ລັດຖະບານ​ອີຣານຈະ​ເຕືອນ​ໃຫ້​ປະຊາຊົນ​ເຄົາລົບ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຖື​ສິນ​ອົດຢ່າງ​ເຄັ່ງ​ຄັດ, ​ແຕ່​ປະຈຸ​ບັນ, ສະ​ພາບ​ທີ່​ປະຊາຊົນ​ກິນ​ດື່ມ​ໃນ​ສະຖານ​ທີ່​ສາທາລະນະ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ຕື່ມ.

ສາສະໜາ​ອິສລາມ​ເຫັນ​ວ່າ, ​ເດືອນ​ຖື​ສິນ​ອົດ​ແມ່ນ​ເດືອນ​ທີ່​ມີ​ຄວາມ​ບໍລິສຸດ​ແລະ​ສັກສິດ​ຫຼາຍ​ທີ່​ສຸດ​ໃນຮອບ 1 ປີ. ອີງ​ຕາມ​ປະ​ເພນີຂອງ ​ສາສະໜາ​ອິສລາມ, ​ໃນ​ໄລຍະ​ຖື​ສິນ​ອົດ, ປະຊາຊົນ​ທີ່​ນັບຖື​ສາສະໜາ​ອິສລາມ​ບໍ່​ສາມາດກິນອາຫານ, ດື່ມ​ນ້ຳ​ແລະ​ສູບຢາ​ໄດ້​ໃນ​ໄລຍະ​ຕາ​ເວັນ​ຂຶ້ນ​ຈົນ​ເຖິງ​ຕາ​ເວັນ​ລັບ​ຟ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ