ທ່ານ​ບາຣັກ ​ໂອ​ບາ​ມາ​ຮຽກຮ້ອງ​ໃຫ້​ອິສຣາ​ແອນ​ກັບປາ​ແລັສຕິນຢຸດຍິງ​ໂດ​ຍບໍ່​ມີ​ເງື່ອນ​ໄ​ຂ
2014-07-28 15:55:55  cri 
ຕາມ​ຂ່າວCRI: ວັນ​ທີ 27 ກໍລະກົດ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ເບ​ນຢາ​ມີນ ​ເນ​ທັນຢາ​ຮູ, ນາຍົກລັດຖະມົນຕີອິສຣາ​ແອນ​ກ່ຽວກັບ​ສະຖານະ​ການ​ຢູ່​ເຂດ​ກາຊາ, ໂດຍກ່າວ​ຢ້ຳວ່າ​ອາ​ເມ​ລິ​ກາ​ສະໜັບສະໜູນ​ແຜນການ​ຢຸດ​ຍິງ​ທີ່​ສະ​ເໜີ​ໂດຍ​ເອຢິບ, ແລະຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢຸດ​ຍິງ​ໃນ​ທັນທີ, ເພື່ອ​ບັນລຸ​ສັນຕິພາບ​ຖາວອນ​ບົນ​ພື້ນ​ຖານ​ຂອງ​ສັນຍາ​ການ​ຢຸດ​ຍິງ​ທີ່​ໄດ້​ບັນລຸ​ໄວ້​ໃນ​ປີ 2012.

ອົງການ​ຮາ​ມາ​ສທີ່​ກຳລັງ​ຄວບ​ຄຸມ​ເຂດ​ກາຊາ​ປະກາດໃນວັນທີ 27 ກໍລະກົດນີ້​ວ່າ, ຮັບຮອງ​ຂໍ້​ສະ​ເໜີ​ທີ່​ເລື່ອນ​ເວລາ 24 ຊົ່ວ​ໂມງ​ຂອງ​ການ​ຢຸດ​ຍິງດ້ານ​ທິ​ມະນຸດສະທຳ​ທີ່​ສະ​ເໜີ​ໂດຍ​ອົງການ​ສະຫະປະຊາ​ຊາດ. ນັບ​ມາ​ຮອດ​ປັດຈຸບັນ​ນີ້, ອິສຣາ​ແອນ​ຍັງ​ບໍ່​ທັນ​ໃຫ້​ຄຳ​ຕອບຫຼ້າ​ສຸດ​ຕໍ່​ອົງການ​ຮາມາສເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ