ປະທານາທິບໍດີ​ໂອ​ຕຼິສຮຽກຮ້ອງ​ໃຫ້​ຖອດ​ຖອນ​ບົດຮຽນ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 1
2014-07-28 15:56:37  cri 
ກ່ອນປີ​ເກີດ​ສົງຄາມ​​ໂລກ​ຄັ້ງ​ທີ 1 ຄົບຮອບ 100 ປີ, ທ່ານ​ເຮ​ອິນ​ສ ຟີ​ເຊີນ, ປະທານາທິບໍດີ​​ໂອ​ຕຼິສ​ກ່າວ​ໃນ​ພິທີ​ເປີດ​​ງານ​ສີ​ລະ​ປະຊານ​ສ​ເບີປີ 2014 ​ໃນ​ວັນ​ທີ 27 ກໍລະກົດ​ນີ້​ວ່າ, ຄວນ​ຖອດ​ຖອນ​ບົດຮຽນ​ຈາກ​ປະຫວັດສາດ, ກຳລັງ​ອາວຸດບໍ່​ສາມາດາແກ້ໄຂບັນຫາ​ໄດ້, ​ແຕ່ວ່າບາດກ້າວທີ່​ມວນ​ມະນຸດ​ຍາດ​ແຍ່ງ​ສັນຕິ​ພາບແມ່ນ​ບໍ່ຢຸດ​​ເ​ຊົາ.

​ໃນ​ປີ 1914 , ອົງ​ມົງກຸດ​ລາຊະ​ກຸ​ມານ​ຂອງຈັກກະພັດ​ໂອ​ຕຼິສ-ຮົງ​ກາຣີຖືກລອບປົງພະຊົມ​ດ້ວຍ​ອາວຸດ​, ຈັກ​ກະ​ພັດ​ໂອ​ຕຼິສ-ຮົງ​ກາຣີ​ໄດ້​ປະກາດ​ສົງຄາມ​ຕໍ່​ແຊັກ​ບີ​ໃນ​ວັນ​ທີ 28 ກໍລະກົດ​ປີ 1914, ​ເຊິ່ງ​ໄດ້​ເຮັດ​ໃຫ້​ສົງຄາມ​ໂລກ​ຄັ້ງ​ທີ 1 ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ​ເກີດ​ຂຶ້ນ, ​ເຮັດ​ໃຫ້​ທົ່ວ​ທະວີບ​ເອີຣົບມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ. ທ່ານ​ເຫັນ​ວ່າ, ສັນຕິພາບຈະ​ບໍ່​​ມາ​ດ້ວຍ​ຕົນ​ເອງ, ແຕ່ຕ້ອງການ​ຄົນ​ເຮົາ​ຍາດ​ແຍ່ງ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ