ຜູ້​ທີ່​ເສຍຊີວິດຈາກ​ອຸບັດ​ເຫດ​ເຮືອບິນຕົກ​ຢູ່​ເພິ​ງຫູ​ຂອງ​​​ໄຕ້​ຫວັນ​ໄດ້​ຮັບ​ການ​​ຢືນ​ຢັນ​ແລ້ວ
2014-07-28 13:53:05  cri 

ວັນ​ທີ 27 ກໍລະກົດ​ນີ້, ​ເຮືອບິນ​ໂດ​ຍສານ​ຖ້ຽວ​ບິນ GE222 ຂອງ​ບໍລິສັດ​ການບິນ Trans-Asia Airways ຂອງ​​ໄຕ້​ຫວັນ​ໄດ້​ເກີດ​ອຸບັດ​ເຫດຕົກ​ມາ​ໄດ້ 5 ​ມື້​ແລ້ວ. ຕາມ​ພາກສ່ວນ​ການບິນ​ພົນລະ​ເຮືອ​ນ​ແນະ​ນໍາ​ວ່າ, ມາ​ຮອດ​ຕອນ​ຄໍ່າ​ວັນ​ທີ 26 ກໍລະກົດ​ນີ້, ​ ຜູ້​ທີ່​ເສຍຊີວິດຈາກ​ອຸບັດ​ເຫດ​ເຮືອບິນ​ຕົກ​ຢູ່​ເພິ​ງຫູ​ຂອງ​​​ໄຕ້​ຫວັນ​ຈໍານວນ​ທັງ​ໝົດ 48 ຄົນ​ໄດ້​ຮັບ​ການ​ຢືນ​ຢັນ.

ວັນ​ທີ 27 ກໍ​ລະ​ກົດ​ນີ້, ບໍລິສັດ​ການບິນ Trans-Asia Airways ​ໄດ້​ເລີ່​ມ​ແຈກ​ຢາຍ​​ເງິນ​ຊ່ວຍ​ເຫຼືອ​ໃນ​ການ​ປົງ​ສົບ ໂດຍມີ​ປະມານ 27000 ​ໂດ​ລາ​ຕໍ່​ຄົນ. ມາ​ຮອດ​ຕອນ​ຄໍ່າ​ວັນ​ທີ 27 ກໍ​ລະ​ກົດ​ນີ້, ​ໄດ້​ມອບ​ເງິນ​ໃຫ້​ແກ່​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​​ແລ້ວຈໍານວນ 27 ຄົນ. ​ຫີບ​ເດີນທາງ​ທີ່​ຕົກ​ຄ້າງ​ຢູ່​ສະຖານ​ທີ່​ເກີດ​ອຸບັດ​ເຫດ​ລວມມີ 210 ​ຫີບ, ປັດຈຸບັນ, ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ໄດ້​​ໄປຮັບ​ເອົາ​ແລ້ວ 110 ​ຫີບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ