ອານ​ເຊ​ລີ​ຕໍ່​ວ່າ​ທັກ​ທ້ວງກັບ​ຝຣັ່ງກ່ຽວ​ກັບ​ສົບ​ຂອງ​ຜູ້​ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ເຮືອ​ບິ​ນຕົກ
2014-07-28 15:14:54  cri 

ວັນ​ທີ 27 ກໍ​ລະ​ກົດ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອານ​ເຊ​ລີ​ກ່າວ​ວ່າ, ທ່ານຣາມຕາ​ເນ ຣາມາ​ມຣາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອານ​ເຊ​ລີ​ໄດ້​ຕິ​ດຕໍ່​ພົວພັນ​ກັບ​ທ່ານ​ລາວ​ເຣັນ ຟາ​ບຽວສ, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ, ຫວັງ​ວ່າ​ຝ່າຍ​ຝຣັ່ງຈະ​ອະທິບາຍ​ກ່ຽວ​ກັບ​ຄໍາ​ເວົ້າ​ຂອງ​ທ່ານ​ຟຼັງຊົວ ​ໂອ​ລອງ, ປະທານາທິບໍດີ​ຝຣັ່ງ​​ໃນ​ກ່ອນ​ໜ້າ​ນີ້.

​ສື່​ມວນ​ຊົນ​ຝຣັ່ງລາຍ​ງານ​ວ່າ, ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ຄອບຄົວ​ຂອງ​ຜູ້​ສຍຊີວິດ​ທີ່​ເປັນ​ສັນຊາດ​ຝຣັ່ງ​ໃນ​ວັນ​ທີ 26 ກໍລະກົດ​ນີ້, ທ່ານ​ໂອ​ລອງ ​ກ່າວ​ວ່າ, "ສົບ​ຂອງ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ຢູູ່​ໃນ​ເຮືອບິນ​ທີ່​ເກີດອຸບັດ​ເຫດ​ຕົກລ້ວນ​ແຕ່​ຈະ​ສົ່ງ​ກັບ​ຄືນ​ຝຣັ່ງ​ເພື່ອ​ດໍາ​ເນີນ​ການ​ສືບສວນ​ສາ​ເຫດ​ຂອງ​ອຸບັດ​ເຫດ​ເຮືອ​ບິນ​ຕົກ​."​ແຕ່​ອີງ​ຕາມ​ຮີດຄອງປະ​ເພນີ​ດ້ານ​ສາສະ​ໜາ​ຂອງອານ​ເຊ​ລີ​ແລ້ວ, ຄົນທີ່​​ເສຍ​ຊີວິດ​​ແລ້ວຄວນ​ສົ່ງ​ເມືອ​ບ້ານ​ເກີດ​ໂດຍ​ໄວ​ເພື່ອຈັດ​ພິທີ​ສົ່ງສະການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ