ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ຈະ​ເຂົ້າຮ່ວມ​ກອງ​ປະ​ຊຸມລະດັບ​ລັດຖະມົນຕີ​ຕ່າງປະ​ເທດ​ອົງການ​ຮ່ວມ​ມື​ຊຽງ​ໄຮ ​ແລະ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຕາ​ຊີ​ກີ​ສະຖານ, ​ເອຢິບ ​ແລະ​ສໍານັກງານ​ໃຫຍ່​ສັນນິບາດ​ອາຣັບ
2014-07-28 18:21:54  cri 
ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ວ່າ, ​​ເພື່ອ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​​ເຊີນຂອງ​ທ່ານ​ຊິ​ຣົດຈິ​ດິນ ອາສ​ໂລ​ຟ, ລັດຖະມົນ​ຕີວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ສາ​ທາ​ລະນະ​ລັດ​ຕາ​ຊີ​ກີ​ສະຖານ, ທ່ານ​ຊາ​ເມດ ຊູ​ກຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສາທາລ​ະນະ​ລັດ​ເອຢິບ ​ແລະ​ທ່ານ​ນາ​ບິນ ​ເອນ-ອາຣາບີ, ​ເລຂາທິການ​ໃຫຍ່​ສັນນິບາດ​ອາຣັບ, ​ແຕ່​ວັນ​ທີ 30 ກໍລະກົດ​ນີ້​ຫາ​ວັນ​ທີ 4 ສິງຫາ​ໜ້າ​ນີ້, ທ່ານ​ຫວາງ​ຢີ້, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​​ເດີນທາງເຂົ້າ​ຮ່ວມມ​ກອງ​ປະ​ຊຸມລະດັບ​ລັດຖະມົນຕີ​ຕ່າງປະ​ເທດ​ອົງການ​ຮ່ວມ​ມື​ຊຽງ​ໄຮທີ່​ຈະ​ຈັດ​ຂຶ້ນ​ຢູ່​ສາ​ທາ​ລະນະ​ລັດ​ຕາ​ຊີ​ກີ​ສະຖານ ທັງ​ຈະ​ເດີນທາງ​ໄປ​ຢ້ຽມຢາມສາ​ທາ​ລະນະ​ລັດ​ຕາ​ຊີ​ກີ​ສະຖານ, ສາທາລ​ະນະ​ລັດ​ເອຢິບ ​ແລະ​ສໍານັກງານ​ໃຫຍ່​ສັນນິບາດ​ອາຣັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ