ຊາວນີ​ວຢອກ​ເດີນ​ຂະບວນປະ​ທ້ວງ​ເຈົ້າໜ້າ​ທີ່ຕຳຫຼວດ​ທີ່ປະຕິບັດໜ້າ​ທີ່ດ້ວຍ​ຄວາມ​ຮຸນ​ແຮງ
2014-08-25 15:53:21  cri 

ວັນ​ທີ 23 ສິງຫາ​ນີ້, ຢູ່​ເກາະ​ສະ​ແຕ​ທັນ(Staten Island) ນະຄອນ​ນີວຢອກ​ຂອງ​ອາ​ເມຣິກາ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ປະຕິບັດ​ໜ້າ​ທີ່ຢູ່​ສະ​ຖານ​ທີ່​ຈັດ​ການ​ເດີນຂະ​ບວນປະ​ທ້ວງ. ​ເຊິ່ງປະຊາຊົນ​ຫຼາຍ​ພັນ​ຄົນ​ໄດ້​ຈັດການ​ເດີນ​ຂະ​ບວນຢູ່​ເກາະ​ສະ​ແຕ​ທັນຂອງ​ນະຄອນ​ນີວຢອກ​ເພື່ອ​ປະ​ທ້ວງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່ປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮຸນ​ແຮງ ​ແລະ​ຮຽກຮ້ອງ​ຄວາມ​ຍຸຕິ​ທຳ​ແລະ​ຄວາມ​ເປັນ​ທຳ. ວັນ​ທີ 17 ກໍລະກົດ​ແລ້ວ​ນີ້,​ຢູ່​ເກາະ​ສະ​ແຕ​ທັນ, ເອຣິກ ກາ​ເນີ ຄົນ​ເຊື້ອສາຍ​ອາ​ຟຣິກກາ​ ​ອາຍຸ 43 ປີ ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບີບ​ຄໍ​ຈົນ​ເສຍ​ຊີວິດ​ຢ່າງ​ຜິດ​ປົກກະຕິ. ​ເວ​ລາ​ນັ້ນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສົງ​ໄສ​ວ່າກາ​ເນີ​ໄດ້​ຄ້າຂາຍ​ຢາສູບ​ຢ່າງ​ຜິດ​ກົດໝາຍ, ຈິ່ງ​​ເຂົ້າຈັບ​ກຸມ​ລາວ. ​ແຕ່​ເຫດກາ​ນນີ້​ໄດ້​ກາຍ​ເປັນສາ​ເຫດ​ໂດຍ​ກົງ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ເກີດ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຄັ້ງ​ນີ້.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ