ຈີນ​ຢືນຢັນ​ຕໍ່​ວຽກ​ງານ​ແລະ​ການສະ​ແດງ​ທ່າ​ທີ​ຂອງ​ຝ່າຍ​ຫວຽດນາມ​ກ່ຽວ​ກັບ​ເຫດການ​ທີ່​ແນ​ໃສ່​ວິ​ສາ​ຫະກິດ​ແລະ​ກຳມະກອນ​ຂອງ​ຈີນ​ໃນ​ເດືອນ​ພຶດສະພາ​ຂອງ​ປີ​ນີ້
2014-08-25 18:56:03  cri 
ວັນ​ທີ 25 ສິງຫາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ ສະ​ແດງ​ຄວາມຢືນຢັນ​ຕໍ່​ວຽກ​ງານ​ແລະ​ການສະ​ແດງ​ທ່າ​ທີ​ຂອງ​ຝ່າຍ​ຫວຽດນາມ​ກ່ຽວ​ກັບ​ເຫດການ​ທີ່​ແນ​ໃສ່​ວິ​ສາ​ຫະກິດ​ແລະ​ກຳມະກອນ​ຂອງ​ຈີນ​ໃນ​ເດືອນ​ພຶດສະພາ​ຂອງ​ປີ​ນີ້, ​ແລະ​ຫວັງ​​ໃຫ້​ຝ່າຍ​ຫວຽດນາມ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ທີ່​ກ່ຽວຂ້ອງ​ໃຫ້​ດີ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຈີນ​ໄດ້​ເຫັນ​ການ​ລາຍ​ງານ​ຂ່າວທີ່​ກ່ຽວຂ້ອງ​ແລ້ວ​ວ່າ, ຫວຽດນາມ​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເຫດການ​ທີ່​ແນ​ໃສ່​ວິ​ສາ​ຫະກິດ​ແລະ​ກຳມະກອນ​ຂອງ​ຈີນ​ທີ່​ເກີດຂຶ້ນ​ໃນ​ເດືອນ​ພຶດສະພາ​ຂອງ​ປີ​ນີ້, ​ແລະ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ທີ່​ເຮັດ​ໃຫ້​ກຳມະກອນ​ຂອງ​ຈີນ​ເສຍ​ຊີວິດ​ແລະ​ບາດ​ເຈັບ. ຫວຽດນາມ​ກ່າວ​ວ່າ, ​ຈະ​ໃຫ້ການ​ໄຊ້​ແທນ​ແບບ​ມະນຸດສະທຳ​ດ້ວຍ​ຮູບ​ການໃດ​ໜຶ່ງ​ແກ່​ກຳມະກອນ​ຂອງ​ຈີນ​ທີ່ຖືກ​ທຳຮ້າຍ, ​ພ້ອມ​ທັງ​ສົ່ງ​ຄະນະ​ຜູ້​ແທນ​ໄປຈີນ​ເພື່ອ​ຢ້ຽມຢາມ​ຜູ້ຕາງໜ້າ​ຄອບຄົວ​ຂອງ​ຜູ້​ຖືກ​ທຳຮ້າຍ. ພ້ອມ​ດຽວ​ກັນ​ນັ້ນກໍ່​ໃຊ້​ນະ​ໂຍບາຍ​ແລະ​ມາດ​ຕະການ​ຊ່ວຍ​ເຫຼືອ​ແລະ​ອຸ້ມ​ຊູຊະນິດ​ຕ່າງໆ​ຕໍ່​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ສືບ​ຕໍ່​ດຳ​ເນີນການ​ສືບສວນຢ່າງ​ເຄັ່ງຂຶມ​ຕໍ່​ເຫດການ​ດັ່ງກ່າວ, ລົງ​ໂທດ​ຜູ້​ກໍ່​ເຫດ​ທີ່​ໄດ້​ລະ​ເມີດ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ກຳມະກອນ​ແລະ​ວິ​ສາ​ຫະກິດ​ຂອງ​ຈີນ​ຢູ່​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ