ຄຳ​ເວົ້າ​ແລະ​ການ​ກະທຳຂອງ​ຜູ້​ກໍ່ການ​ເຄື່ອນ​ໄຫວ "ຍຶດ​ເອົາ​ຈົ່ງ​ຮວນ"​ໄດ້​ທຳລາຍ​ການຈັດ​ຕັ້ງ​ປະຕິບັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ
2014-08-26 18:45:28  cri 
ວັນ​ທີ 26 ສິງຫາ​ນີ້, ທ່ານ​ລຽງ​ເຈີ້ນ​ອິ່ງ, ຜູ້​ວ່າການ​ເຂດ​ບໍລິຫານ​​ພິ​ເສດ​ຮົງ​ກົງ​ຈີນກ່າວວ່າ, ພາຍຫຼັງ​ຄະນະ​ກຳມະການ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ມີຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ການ​ປະຕິ​ຮູບດ້ານ​ລະບອບ​ການ​ເມືອງ​ຂອງ​ຮົງ​ກົງ​ແລ້ວ, ຫວັງ​ວ່າ​ສັງຄົມ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ສາມາດ​ສະ​ແດງ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ຕົນ​ໂດຍ​ຜ່ານ​ຊ່ອງ​ທາງ​​ແບບ​ມີ​ຄວາມ​ອ່ອນ​ໂຍນ, ຄວາມ​ແທ້​ຈິງ, ຖືກຕ້ອງ​ຕາມກົດໝາຍ​ແລະ​ມີສະຕິຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ພື້ນຖານ​ແລະ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ກ້າວ​ໄປ​ໜ້າ​ເປັນ​ເທື່ອ​ລະ​ກ້າວ​ເພື່ອ​ສາມາດ​ບັນລຸ​ເປົ້າ​ໝາຍ​ຂອງ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໂດຍ​ທົ່ວ​ໄປ​ໃນປີ 2017.

ທ່ານ​ລຽງ​​ເຈີ້ນ​ອິ່ງຊີ້​ອອກ​ວ່າ, ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ຜູ້​ກໍ່ "ການ​ເຄື່ອນ​ໄຫວ ຍຶດ​ເອົາ​ຈົ່ງ​ຮວນ" ​ໄດ້​ມີ​ຜົນ​ສະທ້ອນ​ທາງ​ລົບຕໍ່​ການຈັດ​ຕັ້ງ​ປະຕິບັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປຕາມ​ກົດໝາຍ​ພື້ນຖານ​ແລະ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ກໍ່​ບໍ່ມີ​ຜົນ​ດີ​ຕໍ່​ການ​ສືບ​ຕໍ່​ເພື່ອ​ບັນລຸ​ວຽກ​ງານ​ໃນ​ການ​ປະຕິ​ຮູບ​ລະບອບ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ