ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ນີ​ເຊຣີກ່າວ​ວ່າ ການ​​ແຜ່​ລະບາດ​ຂອງພະຍາດ​ອີ​​ໂບລາ​ໃນປະ​ເທດ​ຕົນ​ໄດ້​ຖືກສະກັດ​ກັ້ນ​ໄວ້​ແລ້ວ
2014-08-27 17:02:11  cri 
ວັນ​ທີ 26 ສິງຫາ​ນີ້, ທ່າ​ນອົນ​ເຢບູຊີ ຈູ​ຄູ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ນີ​ເຊ​ຣີ​ກ່າວ​ວ່າ ການ​ແຜ່​ລະບາດ​ຂອງ​ພະຍາດ​ອີ​ໂບລາ​ໃນ​ປະ​ເທດ​ຕົນ​ໄດ້​ຖືກ​ສະກັດ​ກັ້ນ​ໄວ້​ແລ້ວ, ຜູ້​ຕິດ​ເຊື້ອ​ໄວຣັສຂອງ​ປະ​ເທດ​ຕົນຈຳນວນ​ໜຶ່ງ​ໄດ້​ຮັບ​ການຟື້ນ​ຟູ​ສຸຂະພາບ​ແລະ​ໃຫ້​ອອກ​ໂຮງໝໍ​​ໄປ​ແລ້ວ.

ທ່ານ​ຈູ​ຄູ​ກ່າວ​ວ່າ ມາ​ຮອດ​ປະຈຸ​ບັນ,ນີ​ເຊ​ຣີໄດ້​ພົບຜູ້​ເປັນ​ພະຍາດ​ອີ​ໂບລາ​ທັງ​ໝົດ 13 ຄົນ,​ ໃນ​ນັ້ນ, ມີ 5 ຄົນ​ໄດ້​ເສຍ​ຊີວິດ, 7 ຄົນ​ໄດ້ຮັບ​ການ​ຟື້ນ​ຟູ​ສຸຂະພາບ​ແລະ​ໃຫ້ອອກ​ໂຮງ​ໝໍ, ສ່ວນອີກ​ຄົນ​ໜຶ່ງ​ຍັງ​ຢູ່​ໃນ​ໄລຍະ​ສັງ​ເກດການ,​ ​ແຕ່​ປະຈຸ​ບັນບຸກຄົນດັ່ງກ່າວ​ນີ້ມີ​ອາການ​ຊົງ​ໂຕ.

ທ່ານ​ຈູ​ຄູ​ຍັງ​ກ່າວ​ອີກ​ວ່າ: ​ໃນ​ຜູ້​ທີ່ຖືກ​ສົງ​ໄສວ່າ​ຕິດ​​ເຊື້ອ​ແລະ​ອາດ​ຈະ​ຕິດ​ເຊື້ອ​ຢູ່​ນີ​ເຊ​ຣີ, ມີ 129 ຄົນ​ໄດ້​ຜ່ານ​ໄລຍະ​ຝັກ​ຕົວ​ເປັນ​ເວລາ 21 ວັນ,​ແລະ​ໄດ້​ສິ້ນ​ສຸດ​ການ​ສັງ​ເກດ​ຢ່າງ​ໃກ້ຊິດ. ອີກ 128 ຄົນ​ກຳລັງ​ຖືກ​ຕິດຕາມ​ສັງ​ເກດ​ຢ່າງ​ໃກ້ຊິດ, ​ໃນ​ນັ້ນ​ມີຄົນ​ໜຶ່ງມີ​ອາການຕິດ​ເຊື້ອພະຍາດ, ​ແຕ່​ສາ​ເຫດຂອງ​ການ​​ເກີດ​ອາການ​ຍັງຢູ່​​ໃນ​ໄລຍະກວດກາ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ