ການ​ທີ່ໂຈ່​ວຢົງ​ຄ່າງ​ຖືກດຳ​ເນີນຄະດີ​ສະ​ແດງ​ໃຫ້​ເຫັນ​ວ່າ​ຢູ່ຈີນ​ບໍ່​ມີ​ອຳ​ນາດ​ໃດໆ​ທີ່​ຢູ່​​ເໜືອ​ລະບຽບກົດໝາຍ
2014-08-27 11:01:07  cri 
ວັນ​ທີ 26 ສິງຫາ​ນີ້, ທ່ານ​ເສິ້ນ​ເຕີ​ຢົງ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ປະທານ​ຜູ້​ປະຈຳການ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ໄດ້​ແນະນຳ​ຈິດ​ໃຈ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນກ່ຽວ​ກັບການ​ສືບສວນ​ຄະດີ​​ໂຈ່​ວຢົງ​ຄ່າງ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຄຳ​ປາ​ໄສ​ຂອງ​ທ່ານ​ເມີ້​ງຈ້ຽນຈູ ​ເລຂາ​ຄະນະ​ກຳມະການ​ການ​ເມືອງ​​ແລະ​ກົດໝາຍ​ສູນ​ກາງ​ພັກ​ທີ່​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ພະນັກງານ​ການ​ນຳພາ​ກສ່ວນ​ການ​ເມືອງ​​ແລະ​ກົດໝາຍ​ສູນ​ກາງ​ພັກ.

ທ່ານ​ໂຈ່ວສຽງ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ, ສູນ​ກາງ​ພັກຕັດສິນ​ສືບສວນ​ຄະດີ​ໂຈ່​ວຢົງ​ຄ່າງ ​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ສູນ​ກາງ​ພັກ​​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິ​ງ ​ເປັນ​ເລຂາທິການ​ໃຫຍ່ ທີ່​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ແລະ​ຄວາມ​ຕັ້ງ​ໃຈ​ຢ່າງ​ເຂັ້ມ​ແຂງ​ໃນ​ການ​ຍຶດໝັ້ນ​​ໃຫ້​ພັກ​ຕ້ອງ​ຄຸ້ມ​ຄອງ​ພັກ​​​ແລະ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ, ​ແລະ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ກ້າຫານ​ດ້ານ​ການ​ເມືອ​ງ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ສ້າງ​ຄວາມ​ປອດ​ໃສ​ຂາວ​ສະອາດ​ດ້ວຍ​ຕົນ​ເອງ​ແລະ​ປ່ຽນ​ແປງ​ໃໝ່​ດ້ວຍ​ຕົນ​ເອງ, ​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ​ຢູ່​ປະ​ເທດ​ຈີນ​ສັງຄົມ​ນິຍົມ​ບໍ່​ມີ​ອຳນາດ​​ໃດໆທີ່ຢູ່​​ເໜືອ​ລະບຽບ​ກົດໝາຍ ​ແລະ​ກໍ​ເດັດຂາດ​ບໍ່​ອະນຸຍາດ​ໃຫ້​ມີ​ສະມາຊິກ​ພັກ​ຄົນ​ໃດ​ທີ່​ຢູ່​​ເໜືອວິ​ໄນ​ພັກ​ແລະ​ລະບຽບກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ