ເຈົ້າ​ໜ້າ​ທີ່ອາຣັບບີ ຊາ​ອຸ​ດິດ​ ດຳ​ເນີນ​ການ​ປຶກສາ​ຫາລື​ກັບ​ເຈົ້າໜ້າ​ທີ່​ອີຣານກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ຂົ່ມຂູ່​ແບບ​ກໍ່​ການ​ຮ້າຍ
2014-08-27 17:08:49  cri 
ວັນ​ທີ 26 ສິງຫາ​ນີ້, ທ່ານ​ຊາ​ອຸດ ອັນ ​ໄຟ​ເຊ​ວ, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດອາຣັບບີ ຊາ​ອຸ​ດິດ​​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຮ​ສ​ເຊັນ​ ອາ​ເມຍ ອັບ​ດູລາ​ເຮັນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານທີ່​ໄປ​ຢ້ຽມຢາມ​ຢູ່​ຈິດ​ດາ ເມືອງທາງ​ພາກ​ຕາ​ເວັນ​ຕົກ​ຂອງອາຣັບບີ ຊາ​ອຸ​ດິດ​, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລືກັນ​ກ່ຽວ​ກັບ​ບັນຫາ​ການ​ພົວພັນຂອງສອງຝ່າຍລະຫວ່າງອາຣັບບີ ຊາ​ອຸ​ດິດ​ - ອີຣານ,ບັນຫາອີຣັກ,ການຂົ່ມ ຂູ່ແບບກໍ່ ການຮ້າຍທີ່ສອງ ຝ່າຍຮ່ວມ ກັນປະ​ເຊີນ​ ໜ້າ​ແລະ​ບັນຫາ​ອື່ນໆ. ມື້​ດຽວ​ກັນ, ກະຊວງ​ພາຍ​ໃນອາຣັບບີ ຊາ​ອຸ​ດິດ​ປະກາດ​ວ່າ, ຝ່າຍ​ຕຳຫຼວດ​ໄດ້​ຈັບ​ຕົວ​ຜູ້ລະດົມ​ສະມາຊິກ​ຂອງອົງການ​ກໍ່​ການ​ຮ້າຍຈຳນວນ 8 ຄົນ.

ນັບ​ແຕ່​ເກີດ​ສົງຄາມ​ພາຍ​ໃນ​ຊີຣີກໍ່​ຄື​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ປະກອບ​ອາວຸດ​ທີ່​ຮຸນ​ແຮງ​ພາຍ​ໃນ​​ດິນແດນ​ອີຣັກ​ເປັນ​ຕົ້ນ​ມາ, ຊາວ​ໜຸ່ມອາຣັບບີ ຊາ​ອຸ​ດິດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄດ້​ຖືກລະດົມ​ໃຫ້ໄປ​ເຂດ​ເກີດ​ສົງຄາມ​ທີ່​ມີ​ຄວາມ​ປັ່ນ​ປ່ວນ​ຢູ່​ຕ່າງປະ​ເທດ​ເພື່ອ​ເຂົ້າ​ຮ່ວມສົງຄາມ​ທີ່​ ​ເຂົາ​ເຈົ້າ​ເອີ້ນ​ວ່າ"ສົງຄາມ​ສັກສິດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ