ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຜ່ານ​​ຍັດຕິ​ວ່າ​ດ້ວຍ​ພະລັງງານ ຈະ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ພັດທະນາ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ
2014-08-27 17:15:25  cri 
ວັນ​ທີ 26 ສິງຫາ​ນີ້, ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ຜ່ານ​ຍັດຕິ​ວ່າ​ດ້ວຍ​ພະ​ລັງ​ງານ​ສະບັບ​ໜຶ່ງ, ຍັດຕິ​ສະບັບ​ນີ້​ມີ​ຈຸດປະສົງ​ເພື່ອ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ພັດທະນາ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ, ​ເຮັ​ດ​ໃຫ້​ອິນ​ໂດ​ເນ​ເຊຍ​ສາມາດ​ນຳ​ໃຊ້​ປະລິມານພ​ະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ທີ່​ມີ​ຂະໜາດ​ໃຫຍ່​ຢ່າງ​ເຕັມ​ສ່ວນ.

ລັດຖະບານ​ອິນ​ໂດ​ເນ​ເຊຍຫວັງ​ວ່າ​ພາຍຫຼັງ​ຍັດຕິ​ສະບັບ​ໃໝ່​ໄດ້ຮັບ​ການຮັບຮອງ​ແລ້ວ, ຈະ​ສາມາດ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ. ຍັດຕິ​ສະບັບ​ໃໝ່​ຈະ​ເລີ່​ມມີຜົນ​ບັງຄັບ​ໃຊ້ພາຍຫຼັງ​ການລົງ​ນາມ​ຂອງ​ທ່ານ​ຊຸ​ຊີ​ໂລ ບຳບາງ ຢຸດ​ໂຮ​ໂຢ​ໂນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ.ການ​ພັດທະນາ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ແມ່ນ​ໜຶ່ງ​ໃນ​ຂັ້ນ​ຕອນ​ທີ່​ສຳຄັນ​​ຂອງ​ລັດຖະບານ​ຊຸ​ຊີ​ໂລ​​ໃນ​ການ​ຫຼຸດປະລິມານການ​ລະບາຍອາຍ​ພິດ​ເຮືອນ​ແກ້ວ​​​ໃຫ້​ໜ້ອຍ​ລົງ. ​ເຊິ່ງ​ເປົ້າ​ໝາຍ​ມີຄື, ຮອດ​ປີ 2020, ຈະ​ຫຼຸດ​ປະລິມານ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ອິນ​ໂດ​ເນ​ເຊຍ​ໃຫ້​ລົງ 26%​ ​ເຊິ່ງ​​ຕ່ຳ​ກວ່າ​ລະດັບໃນ​ປີ 2005. ປະລິມານ​ການ​ສະ​ສົມ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ຂອງ​ອິນ​ໂດ​ເນ​ເຊຍ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ຄາດ​ວ່າກວມ​ 40% ຂອງຍອດ​ປະລິມານ​ການ​ສະ​ສົມ​ພະລັງ​ຄວາ​ມຮ້ອນ​ໃຕ້​ດິນ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ