​ເດັກຊາຍ​ຝຣັ່ງ​ອາຍຸ 5 ປີ​ຜູ້​ໜຶ່ງຖືກ​ພິດປາ​ກະພຸ​ນ​ເສຍ​ຊີວິດ
2014-08-27 16:40:30  cri 
ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ ສິງກະ​ໂປ​ສະບັບ​ວັນ​ທີ 27 ສິງຫາ​ນີ້ລາຍ​ງານ​ວ່າ, ອາທິດ​ແລ້ວ​ນີ້, ​ເດັກ​ຊາຍ​ຝຣັ່ງອາຍຸ 5 ປີ​ຜູ້​ໜຶ່ງຖືກພິດ​ປາ​ກະພຸ​ນ ​ໃນ​ເວລາ​ໄປຫຼິ້ນຢູ່​ເກາະພັງ​ງາ​ຂອງ​ໄທພ້ອມ​ກັບ​ຄອບຄົວ, ​ເດັກ​ຊາຍ​ຜູ້​ນີ້​​ໄດ້ເສຍ​ຊີວິດ​ໃນ​ໄລຍະ​ທາງ​ນຳ​ສົ່ງ​ໄປ​ໂຮງໝໍ.

ລັດຖະບານ​ໄທ​ອອກ​ຄຳ​ສັ່ງ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ໂຮງ​ແຮມ​ແຄມ​ທະ​ເລ​ຕິດ​​​ແຈ້ງ​ການ, ​ເຕືອນ​ນັກ​ທ່ອງ​ທ່ຽວ​ວ່າ ມີ​ປາ​ກະພຸ​ນພິດ​ຢູ່​​ໃນ​ນ້ຳ, ​ໃຫ້​ກຽມມາດ​ຕະການ​ປິ່ວປົວ​ສຸກ​ເສີນ, ​ເພື່ອ​ຮັບ​ມື​ກັບ​ທຸກສະພາບ​ການ.
ປາ​ກະພຸ​ນທີ່​ໂຈມ​ຕີ​ເດັກ​ຊາຍ​ຝະຣັ່ງນັ້ນ, ທຳ​ມະ​ດາ​ແລ້ວ ບໍ່​ມັກ​ໂຈມ​ຕີ​ມະນຸດ, ​ແຕ່ໜວດ​ສຳຜັດ​ຂອງ​ມັນ​ມີ​ສານ​ພິດ, ສາມາດ​​ເຮັດ​ໃຫ້​ມວນ​ມະນຸດ​ເສຍ​ຊີວິດ. ​​​ແຕ່ລະ​ປີ, ຢູ່ເກາະພັງ​ງາ​ແລະ​ເກາະ​ທະ​ເລຫຼາຍ​ແຫ່ງ​ຂອງ​ໄທ ກໍ່​ຈະ​ປາກົດ​ເຫັນ​ປາ​ກະພຸ​ນ​ແບບ​ນີ້​ຢ່າງຫຼວງຫຼາຍ, ​ໂດຍ​ປົກກະຕິ, ມັນ​ຈະ​ໜີ​ໄປ​ໃນ​ທ້າຍ​ເດືອນ​ຕຸລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ