ທ່ານ​ຫວາງ​ເຈ່ຍ​ຢຸ້ຍພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ສູນ​ການ​ພັກ​ກອມ​ມູນິດ​ຫວຽດນາມ
2014-08-27 11:16:57  cri 
ຕອນ​ບ່າຍ​ວັນ​ທີ 26 ສິງຫາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ຫວາງ​ເຈ່ຍຢຸ້ຍ, ຮອງ​ປະທານ​ຄະນະ​ກໍາມະການ​ແຫ່ງ​ຊາດ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ຮົງ​ແອັງ, ທູດ​ພິ​ເສດ​ຂອງ​​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເລຂາທິການຜູ້​ປະ​ຈໍາ​ການ​ຄະນະເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ