ນາຍົກ​ມາ​ເລ​​ເຊ​ຍ​ແລະ​ສິງກະ​ໂປ​ຮ່ວມ​ກັນຈັດ​ພິທີ​ເປີດ​ຕະຫຼາດ​ສິນຄ້າ​ກະສິກໍາ​ມາ​ເລ​ເຊຍ
2014-08-27 14:37:18  cri 

ວັນ​ທີ 27 ສິງຫາ​ນີ້, ທ່ານ​ນາ​ຈິບ ຕູນ ຣາຊັກ, ນາຍົກ​ລັດຖະມົນ​ຕີ​ມາ​ເລ​ເຊ​ຍ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ສິງກະ​ໂປ ​ແລະ​ຈະ​ຮ່ວມ​ກັບ​ທ່ານ​ລີ​ຊຽນລຸງ, ນາ​ຍົກ​ລັດຖະມົນຕີ​ສິງກະ​​ໂປ​ ໃນ​ພິທີ​ເປີດ​ຕະຫຼາດ​ສິນຄ້າ​ກະສິກໍາ​ມາ​ເລ​ເຊຍ.

ທ່ານ​ອາມາ​ດ ອີ​ຊາ, ຫົວໜ້າ​ກົມ​ຈໍາ​ໜ່າຍ​ສິນຄ້າ​ກະສິກໍາ​ແລະ​ສະບຽງອາຫານ​ມາ​ເລ​ເຊຍ​ກ່າວ​ວ່າ, ນີ້​ແມ່ນ​ຕະຫຼາດ​ສິນຄ້າ​ກະສິກໍາ​ແຫ່ງ​ທໍາ​ອິດ​ຂອງ​ມາ​ເລ​ເຊຍ​ທີ່​ຕັ້ງ​ຢູ່​ຕ່າງປະ​ເທ​ດ, ກົມ​ຈໍາ​ໜ່າຍ​ສິນຄ້າ​ກະສິກໍາ​ແລະ​ສະບຽງອາຫານ​ມາ​ເລ​ເຊຍມີ​ແຜນການ​ຈະ​ຂະຫຍາຍ​ຕະຫຼາດ​ສິນຄ້າ​ກະສິກໍາ​ໄປ​ເຖິງ​ຈີນ, ບຣູ​ໄນ, ອັງກິດ​ແລະ​ປະ​ເທດ​ຕ່າງໆ. ທ່ານ​ກ່າວ​ວ່າ, ສິງກະ​ໂປ​ເປັນ​ຕະຫຼາດ​ທີ່​ສໍາຄັນ​ຂອງ​ຂະ​ແໜງ​ການ​ສິນຄ້າ​ກະສິກໍາ​ຂອງ​ມາ​ເລ​ເຊຍ, ​ແຕ່ລະ​ປີ​ມີ​ປະມານ 20% ຂອງ​ສິນຄ້າ​ກະສິກໍາ​ຂອງ​ມາ​ເລ​ເຊ​ຍສົ່ງ​ໄປ​ສິງກະ​ໂປ. ສະ​ນັ້ນ, ​ກົມ​ຈໍາ​ໜ່າຍ​ສິນຄ້າ​ກະສິກໍາ​ແລະ​ສະບຽງອາຫານ​ມາ​ເລ​ເຊຍ​​ເລືອກ​ເອົາ​ສິງກະ​​ໂປ​ເປັນ​ບາດກ້າວ​ທີ​ໜຶ່ງ​ຂອງ​​ແຜນການ​ຕະຫຼາດ​ສິນຄ້າ​ກະສິກໍາ, ຫວັງວ່າ​ຈະ​ສາມາດ​ແນະ​ນໍາ​ແລະ​ເຜີຍ​ແຜ່​ສິນຄ້າ​ກະສິກໍາ​​ໃໝ່ໆຂອງ​ມາ​ເລ​ເຊຍ​ຕໍ່​ຊາວ​ສິງກະ​​ໂປ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ