ຊາຍ​ໄທ​ຄົນ​ໜຶ່ງ​​ໄດ້ຮັບ​ການຜ່າຕັດ​ແປງ​​ໃບໜ້າ​ຢ່າງ​ມີ​ຜົນ​ສໍາ​ເລັດ ລາວ​ກ່າວ​ວ່າ​ຊີວິດ​ຂອງ​ຕົນ​ໄດ້​ມີ​ການ​ປ່ຽນ​ແປງ
2014-08-27 14:50:40  cri 

ປັດ​ຈຸ​ບັນ, ຈໍານວນ​ປະຊາຊົນ​ໄທ​ທີ່​ໄດ້ຮັບການ​ຜ່າຕັດ​ແປງ​​ໃບໜ້າ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຕາມ​ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 25 ສິງຫາ​ນີ້​ວ່າ, ຫວ່າງ​ບໍ່​ດົນ​ມາ​ນີ້, ຊາຍ​ໄທ​ຄົນ​ໜຶ່ງທີ່​ຊື່ວ່າ ປະພາ​ພັນ ທີ່​​ໄດ້​ຜ່າ​ຕັດ​ແປງ​​ໃບໜ້າ ໄດ້​ປ່ຽນ​ຊີວິດ​ຂອງ​ຕົນ​ຢ່າງ​ແທ້​ຈິ​ງ ​ແລະ​ເຮັດ​ໃຫ້​ຕົນ​ເອງ​ມີ​​ໂອກ​າດ​ໃໝ່​​ໂດຍ​ບໍ່​ຕ້ອງ​ລໍຖ້າ​ຈົນ​ຮອດ​ຊາດ​ໜ້າ.

ແຕ່​ລາວ​ກໍ​ໄດ້​ເຕືອນ​ໃຫ້​ຜູ້​ທີ່​ມີ​ແຜນ​ຈະ​​​ຜ່າຕັດ​ແປງ​ໃບ​ໜ້າ​ວ່າ, ຂະ​ບວນການຜ່າຕັດ​ຍ່ອມ​ຈະ​ມີ​ຄວາມ​ເຈັບ​ປວດ​ແລະ​ຄວາມ​ສ່ຽງ​ອື່ນໆ, ສະ​ນັ້ນ​ຕ້ອງ​ມີ​ສະຕິ​ລະມັດລະວັງ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ