ທ່ານຟັ້ນສາງຫຼົງ​ພົບ​ປະ​ກັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ
2014-08-27 16:07:31  cri 
ວັນ​ທີ 26 ສິງຫາ​ນີ້, ທ່ານ​ຟັ້ນສາງ​ຫຼົງ, ຮອງ​ປະທານ​ຄະນະ​ກຳມະການການ​ທະຫານ​ສູນກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊັຟຣີ ຊຳ​ໂຊ​ດິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ຢູ່​ຕຶກ​ປາ​ອີ.

ທ່ານ​ຟັ້ນສາງ​ຫຼົງ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ກອງທັບ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ດ້ານ​ການ​ໄປມາຫາສູ່​ກັນ​ລະດັບ​ສູງ, ການ​ປຶກສາ​ຫາລື​ວຽກ​ງານ​ປ້ອງ​ກັນ​ປະ​ເທດ, ການ​ຊ້ອມ​ຮົບ​ຮ່ວມ, ການ​ຮ່ວມ​ມື​ລະຫວ່າງກອງທັບ​ເຮືອ​ແລະ​ການ​ແລກປ່ຽນ​ລະຫວ່າງ​ໂຮງຮຽນ​ຕ່າງໆ. ກອງທັບ​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ, ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ຮອບດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ພັດທະນາ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຊັຟຣີກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ກັບ​ຈີນ, ພັດທະນາການ​ພົວພັນ​ດ້ານ​ການປ້ອງ​ກັນປະ​ເທດ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ