ທ່ານສີຈິ້ນຜິງພົບປະກັບຫົວໜ້າກົມໃຫຍ່​ເສ​ນາ​ທິ​ການ​ກອງ​ທັບ​ຂອງ​ປະ​ເທດ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ກອງ​ທັບ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ
2014-08-29 11:18:11  cri 

ວັນ​ທີ 28 ສິງຫາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ຫົວໜ້າກົມໃຫຍ່ເສນາທິການກອງທັບຂອງປະເທດຕ່າງໆທີ່ໄດ້​ເດີນທາງ​ມາເຂົ້າຮ່ວມກອງ​ປະຊຸມ​ຫົວ​ໜ້າ​ກົມ​ໃຫຍ່​ເສນາ​ທິການກອງທັບ​ປະ​ເທດ​ສະມາຊິກອົງ​ການ​ຮ່ວມ​ມື​ຊຽງ​ໄຮ.



ທ່ານ​ສີ​ຈິ້ນຜິ​ງຊີ້​ໃຫ້​ເຫັນ​ວ່າ, ​ໃນ​ຫຼາຍ​ປີຜ່ານ​ມາ, ກອງທັບ​ກໍ​ຄື​ກຳລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຕັ້ງ​​ໃຈ​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ປະມຸກ​ລັດບັນດາ​ປະ​ເທດ​ສະມາຊິກ, ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊິ່ງ​ໄດ້​ປະກອບ​ສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ.​ຝ່າຍ​ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ທາງ​ຍຸດ​ທະ​ສາດ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ,​ຮ່ວມ​ມື​ກັນ​ຕ້ານ 3 ອິດ​ທິກຳລັງຄື​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ, ອິດ​ທິກຳລັງ​ແ​ບ່ງ​ແຍກປະ​ເທດ​ຊາດ, ອິດ​ທິກຳລັງ​ຫົວ​ຮຸນ​ແຮງ​ທາງ​ສາສະໜາ, ຮ່ວມ​ກັນ​ຮັບ​ມື​ກັບ​​ໄພ​ຂົ່ມຂູ່​ໃໝ່​ແລະສິ່ງ​ທ້າ​ທາຍ​ໃໝ່​ໃນ​ພາກ​ພື້ນ.



ຫົວໜ້າ​ກົ​ມ​ໃຫຍ່​ເສນາ​ທິການ​ຕາ​ຊີ​ກີສະຖານທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຕາງໜ້າ​ໃຫ້​ບັນດາ​ຝ່າຍ​ຕ່າງປະ​ເທດ​ກ່າວ​ວ່າ, ນັບ​ແຕ່​ອົງການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ດ້ານ​​ການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະເທດສະ​ມາ​ຊິກ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ, ກອງ​ທັບ​ຂອງ​ບັນ​ດາ​ປະ​ເທດ​ສະ ມາຊິກ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ປະ​ມຸກ​ລັດ​ຢ່າງ​ແທ້​ຈິງ, ຮ່ວມ ກັນ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ທີ່​ພາກ​ພື້ນ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່, ​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ເຖຍ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ