ນັກວິທະຍາສາດ 134 ທ່ານຂອງ​ຈີນ​​ໄດ້​ຮັບການ​ປະ​ກວດ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ "ນັກວິທະຍາສາດ​ທີ່ມີ​ບົດ​ນິພົນ​ຖືກ​ອ້າ​ງອີງຫຼາຍທີ່​ສຸດ" ​ໃນ​ທົ່ວ​ໂລກປະຈຳ​ປີ 2014
2014-08-31 17:43:05  cri 
ວັນ​ທີ 31 ສິງຫາ​ນີ້, ສະພາ​ບັນດິດ​ວິ​ທະຍາ​ສາດ​ຈີນ​​ແຈ້ງ​ຂ່າວ​ວ່າ, ອີງ​ຕາມບັນຊີລາຍ​ຊື່ "ນັກວິທະຍາສາດ​ທີ່ມີ​ບົດ​ນິພົນ​ຖືກ​ອ້າ​ງອີງຫຼາຍທີ່​ສຸດ" ​ໃນ​ທົ່ວ​ໂລກປະຈຳ​ປີ 2014 ທີ່​ກຸ່ມບໍລິສັດ​ທອມຊັນ ລອຍ​ເຕີ​ໄດ້​ເປີດ​ເຜີຍ, ຈີນ (ລວມທັງ​​ເຂດ​ຮົງ​ກົງ​ແລະ​ເຂດມາ​ກາວ​) ລວມມີນັກວິທະຍາສາດ 134 ທ່ານ​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ​ໃນ​ບັນຊີ​ລາຍຊື່​ດັ່ງກ່າວ​, ​ເປັນອັນ​ດັບ​ທີ 4 ​ໃນ​ໂລກ. ​ໃນ​ນັ້ນ, ສະພາ​ບັນດິດວິທະຍາສາດ​ຈີນ​ມີ​ນັກ​ຄົ້ນຄວ້າຈຳນວນ 46 ທ່ານ​​ໄດ້​ຮັບການ​ປະ​ກວດ​ເຂົ້າ, ​ເປັນອັນ​ດັບທີ​ໜຶ່ງ​ໃນບັນດາ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ແລະ​ມະຫາວິທະຍາ​ໄລຂອງ​ຈີນ.

ຕາມ​ການ​ແນະນຳ, ບັນຊີລາຍ​ຊື່ "ນັກວິທະຍາສາດ​ທີ່ມີ​ບົດ​ນິພົນ​ຖືກ​ອ້າງອີງຫຼາຍທີ່​ສຸດ" ທົ່ວ​ໂລກ​ທີ່​ກຸ່ມບໍລິສັດທອມຊັນ ລອຍ​ເຕີ ​ເປີດ​ເຜີຍໃນ​​ເທື່ອ​ນີ້ ​ແມ່ນ​​ໄດ້​ນຳໃຊ້​ຕົວ​ເລກ​ສະຖິຕິຫຼ້າສຸດ​ແລະ​ວິທີ​ຄິດ​ໄລ່່​ທີ່ກ້າວໜ້າ, ວິ​ເຄາະ​ແລະ​ປະ​ເມີນ​ບົດ​ນິພົນ​ໃນ 21 ວິຊາ​ການ​ໃນ​ຂົງ​ເຂດ​ວິທະຍາສາດທຳ​ມະ​ຊາດ​ແລະ​ວິທະຍາສາດ​ສັງຄົມທີ່​ຖືກ SCI ​ເກັບ​ໂຮມ ​ແຕ່​ປີ 2002 ຫາ​ປີ 2012 ​ແລ້ວ​ປະ​ກວດ​ອອກ. ການ​ທີ່​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ​ໃນບັນຊີລາຍ​ຊື່ "ນັກວິທະຍາສາດ​ທີ່ມີ​ບົດ​ນິພົນ​ຖືກ​ອ້າ​ງອີງຫຼາຍທີ່​ສຸດ", ໝາຍ​ເຖິງ​ນັກ​ວິທະ​ຍາສາດ​ຜູ້​ນັ້ນ​ມີ​ບົດ​ນິພົນລະດັບ​ໂລກ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ຂອງ​ຕົນ, ​ແລະໝາກຜົນ​ການຄົ້ນຄວ້າ​ວິທະຍາສາດ​ຂອງ​ເພິ່ນ​ກໍ່ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຂົງ​ເຂດ​ນັ້ນອ່າວຫຼາຍ.

ຈີນ(ລວມທັງ​​ເຂດ​ຮົງ​ກົງ​ແລະ​ເຂດມາ​ກາວ​) ລວມມີນັກວິທະຍາສາດ 134 ຄົນ​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ​, ​ເຊິ່ງຖັດຈາກຫຼຸດອາ​ເມ​ລິ​ກາ (1702 ຄົນ), ອັງກິດ (304ຄົນ) ​ແລະ​ເຢຍລະ​ມານ (163 ຄົນ). ສະພາ​ບັນດິດ​ວິທະຍາສາດ​ຈີນ​ມີ​ນັກ​ຄົ້ນຄວ້າ 46 ຄົນ​​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ, ກວມ 34% ​ໃນ​ຈຳນວນ​ຄົນ​ທີ່​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ​ທັງ​ໝົດ​ຂອງ​ຈີນ, ​ເປັນອັນ​ດັບ​ທີ​ໜຶ່ງ​ໃນ​ອົງການຄົ້ນຄວ້າ​ວິທະຍາສາດ​ແລະ​ມະຫາວິທະຍາ​ໄລ​ຕ່າງໆຂອງ​ຈີນ. ມະຫາວິທະຍາ​ໄລ​ເຕັກນິກ​ວິທະຍາສາດ​ຈີນ​ມີ 6 ຄົນ​ໄດ້​ຮັບ​ການ​ປະ​ກວດ​ເຂົ້າ, ​ເປັນອັນ​ດັບ​ທີ 1 ​ໃນ​ມະຫາວິທະຍາ​ໄລຕ່າງໆ​ທົ່ວ​ປະ​ເທດ. ນອກ​ນັ້ນ, ​ເທື່ອ​ນີ້, ຍັງ​ມີນັກວິຊາ​ການ​ແຜ່ນດິນ​ໃຫຍ່​ຈີນ 13 ຄົນ​ໄດ້​ຮັບ​ການ​ປະ​ກວດ​ເປັນ "ນັກວິທະຍາສາດ​ທີ່ມີ​ບົດ​ນິພົນ​ຖືກ​ອ້າ​ງອີງຫຼາຍທີ່​ສຸດ" ​ໃນ​ສອງ​ຂົງ​ເຂດ​ວິທະຍາສາດ​ພ້ອມ​ກັນ, ​ໃນ​ນັ້ນ, ມີ​ນັກວິຊາ​ການ 5 ຄົນ​ແມ່ນ​ມາ​ຈາກ​ສະພາ​ບັນດິດວິທະຍາ​ສາດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ