ທ່ານ​ຊຸ່ຍ​ຊື້​ອ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນຜູ້​ວ່າການ​ເຂດບໍລິຫານ​ພິ​ເສດ​ມາ​ກາວ​ຜູ້​ທີ 4 ​ດ້ວຍບັດຫຼາຍກວ່າ​ໝູ່
2014-08-31 17:56:02  cri 

ການ​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດບໍລິຫານ​ພິ​ເສດ​ມາ​ກາວ​ຜູ້​ທີ 4 ​ໄດ້ຈັດ​ຂຶ້ນ​ໃນວັນ​ທີ 31 ສິງຫາ​ນີ້, ​​ໃນກຳມະການ​ 400 ຄົນ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ ມີ 1 ຄົນ​ຂໍ​ພັກ, ມີ ກຳມະການ 396 ຄົນ​ໄປ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດຢູ່​ສະຖານ​ທີ່. ທ່ານ​ຊຸ່ຍ​ຊື້​ອ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນຜູ້​ວ່າການ​ເຂດ​ບໍລິຫານພິ​ເສດ​ມາ​ກາວ​ຜູ້​ທີ 4 ​ດ້ວຍ 380 ບັດ.


ອີງ​ຕາມຂໍ້​ກຳນົດ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດບໍລິຫານ​ພິ​ເສດ​ມາ​ກາວ, ​ຕ້ອງ​ມີກຳມະການ 2 ສ່ວນ 3 ​ໄປ​ເ​ຂົ້າຮ່ວມ​ການ​ປ່ອນ​ບັດຢູ່​ສະຖານ​ທີ່​ປ່ອນ​ບັດ​ຈຶ່ງ​ມີ​ຜົນ​ສັກສິດ, ​ເມື່ອ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ຮັບ​ບັດເຄິ່ງໜຶ່ງ​ຂຶ້ນ​ໄປຈາກ​ກຳມະການ​ທີ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ກໍ່​ສາມາດ​ໄດ້​ຮັບ​ການ​​ເລືອກ​ຕັ້ງ.


​ກົດໝາຍ​ພື້ນຖານ​ເຂດ​ມາ​ກາວ​ໄດ້ກຳນົດ​ໄວ້​ວ່າ, ຜູ້​ວ່າການ​ເຂດບໍລິຫານ​ພິ​ເສດ​ມາ​ກາວ​ແມ່ນ​ເລືອກ​ຕັ້ງໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຜູ້​ວ່າການ​ທີ່​ສາມາດຕາງໜ້າ​ປະຊາຊົນ​ທົ່ວ​ໄປຕາມ​ກົດໝາຍ, ​ແລ້ວ​ແຕ່ງ​ຕັ້ງ​ໂດຍລັດຖະບານ​ສູນ​ກາງ​, ​ອາຍຸ​ການຕຳ​ແໜ່​ງ​ເປັນ​ເວລາ 5 ປີ. ອີງ​ຕາມ "ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​​ບໍລິຫານ" ຂອງ​ເຂດບໍລິຫານ​ພິ​ເສດ​ມາ​ກາວ​ສະບັບ​ດັດ​ແກ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ຜູ້​ວ່າການ​ເຂດ​ພິ​ເສດ​ມາ​ກາວ​ໄດ້​ມີ​ຈຳນວນ​ກຳມະການ​​ຈາກ 300 ຄົນ​ເພີ່ມ​ຂຶ້ນ​ເປັນ 400 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ