ຊາວ​ອັງກິດ​ປຸກ​ "​ເຮືອນ​ລອຍ​ຟ້າ"​ເພື່ອ​ຕ້ານ​ໄພນ້ຳ​ຖ້ວມ
2014-09-01 16:46:42  cri 

ໜັງສືພິມ DailyMail ຂອງ​ອັງກິດ​ສະບັບ​ວັນ​ທີ 31 ສິງຫາ​ແລ້ວ​ນີ້​ໄດ້​ລາຍ​ງານ​ວ່າ, ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ຢາຣອນ ​ໄອ​ວຸຣີ ອາຍຸ 58 ປີ​ ຊາວເມືອງwraysbury ລັດ Berkshire ຂອງ​ອັງກິດ​ໄດ້​ປະຕິບັດ​ແຜນການ​ທີ່​ມີ​ຄວາມ​ກ້າ ຄື​ທຸ້ມ​ເທ​ເງິນ​ຈຳນວນ 7 ໝື່ນ​ປອນ​ອັງກິດ​ຫຼື​ປະມານ 116.000 ​ໂດ​ລາ​ເຂົ້າ​ໃນ​ການ​ຍົກ​ເຮືອນ​ໝົດ​ຫຼັງ​ໃຫ້​ສູງ​ຂຶ້ນ 1,5ແມັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຖືກ​ນ້ຳ​ຖ້ວມ.

ທ່ານ​ໄອ​ວຸຣີພ້ອມ​ຄອບຄົວ​ດຳລົງ​ຊີວິດ​ຢູ່​ລະຫວ່າງ​ຄອງ​ນ້ຳ​ທີ່​ມະນຸດ​ສ້າງ​ຂຶ້ນ​ສອງ​ສາຍ, ດ້ວຍ​ເຫດ​ນີ້ ​ເຮືອນ​ຂອງ​ລາວ​ຈິ່ງ​ຖືກ​ນ້ຳ​ຖ້ວມ​ເລື້ອຍໆ. ພື້ນ​ເຮືອນ​ຂອງ​ລາວ​ເຄີຍ​ຖືກ​ນ້ຳ​ຖ້ວມ, ​ເຄື່ອງ​​ເຟີ​ນີ​ເຈີ​ທີ່​ເຮັດ​ດ້ວຍ​ໄມ້​ເນື້ອ​ແຂງ, ຝາ​ເຮືອນ, ​ເຄື່ອງ​ໃຊ້​ໄຟຟ້າ​ໃນ​ເຮືອນ​ລ້ວນ​ແຕ່​ຖືກ​ເປ່​ເພ​ຈົນ​ບໍ່​ສາມາດ​ສ້ອມ​ແປງ​ໄດ້. ຮອດ​ທ້າຍ​ເດືອນ​ກັນຍາ​ນີ້, ​ເຮືອນ​ຫຼັງ​ນີ້​ຈະ​ໄດ້​ຮັບ​ການ​ດັດ​​ແປງ​ໃຫ້​ສຳ​ເລັດ. ມັນ​ບໍ່​ພຽງ​ແຕ່​ຈະສາມາດ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ໃນ​ອະນາຄົດ​ເທົ່າ​ນັ້ນ, ຍັງ​ສາມາດ​ຊົມ​ທິວ​ທັດ​ທີ່​ສວຍ​ງາມ​ຢູ່​ຝັ່ງ​ກົງກັນຂ້າມ​ຂອງ​ແມ່​ນ້ຳ​ທາ​ສອີກ​ດ້ວຍ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ