ເຈົ້າ​ໜ້າ​ທີ່​ສປຊ​ເຕືອນ​ອີກ​ຄັ້ງ​ໃໝ່​ໃຫ້​ຍີ່ປຸ່ນ​ສືບສວນບັນຫາ​ນາງ​ບຳ​ເລີ​ຢ່າງ​​ເຖິງ​ຖອງ
2014-09-01 16:27:47  cri 
ວັນ​ທີ 31 ສິງຫາ​ແລ້ວ​ນີ້, ທ່ານນາງ​ນາວີ​ປີ​ໄລ ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ວຽກ​ງານ​ສິດ​ທິມະນຸດ​ຂອງ​ອົງການ​ສະຫະປະຊາ​ຊາດ​ໄດ້​​ເຕືອນ​ອີກ​ຄັ້ງ​ໃໝ່​ໃຫ້ລັດຖະບານ​ຍີ່ປຸ່ນ​ຕ້ອງ​ສືບສວນບັນຫານາງ​ບຳ​ເລີ​ທະຫານ​ຍີ່​ປຸ່ນຢ່າງ​ເຖິງ​ຖອງ ​ແລະ​ລົງ​ໂທດ​ຜູ້ກ່ຽວ​ຢ່າງ​ເຂັ້ມ​ງວດ. ວັນ​ທີ 6 ສິງຫາ​ຜ່ານ​ມາ​ນີ້, ທ່ານ​ນາງປີ​ໄລ​ໄດ້​ອອກ​ຖະ​ແຫຼ​ງການ​ເປັນ​ເທື່ອທຳ​ອິດ​ໂດຍ​ໄດ້​ກ່າວ​ເຕືອນ​ຢ່າງ​ແຮງ​ກ້າ​ໃຫ້​ລັດຖະບານ​ຍີ່ປຸ່ນ​ແກ້​ໄຂ​ບັນຫາ​ນາງ​ບຳ​ເລີ​ຢ່າງຮອບດ້ານ, ຍຸຕິ​ທຳ​ແລະ​ຖາວອນ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​​ເຈົ້າ​ໜ້າ​ທີ່ຊັ້ນ​ສູງ​ວຽກ​ງານ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ບັນຫາ​ນາງ​ບຳ​ເລີ​ທະຫານ​ຍີ່ປຸ່ນ.

ນາງ​ປີ​ໄລ​ຍັງ​ຊີ້​ໃຫ້​ເຫັນ​ວ່າ, ນາງ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ບັນຫາ​ນາງ​ບຳ​ເລີ​ມາ​ໂດຍ​ຕະຫຼອດ, ພາຍ​ໃຕ້​ກໍລະນີ​ທີ່​ບັນຫາ​ນາງ​ບຳ​ເລີ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ, ອົງການ​ຈັດ​ຕັ້ງ​ສັງຄົມ​ສ່ວນ​ໜຶ່ງ​ຂອງ​ຍີ່ປຸ່ນ​ຍັງ​ສ້າງ​ຄວາມ​ລະ​ແວງ​ສົງ​ໄສ​ຕໍ່​ "ຄວາມ​ເປັນ​ຈິງ"ຂອງ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ, ນີ້​ແມ່ນ​ສິ່ງ​ທີ່​ເປັນ​ຫ່ວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ