ການ​ເຈລະຈາ​​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ​ສ ​ເກົາຫຼີ​ຮອບ​ທີ 5 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
2014-09-01 16:30:17  cri 
ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ ​ແລະ​ສ ​ເກົາຫຼີ​ຮອບ​ທີ 5 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 1 ກັນຍາ​ນີ້. ທ່ານ​ຫວາງ​ໂຊ້​ເວີນ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ, ທ່ານ​ຢາ​ຊູ​ມາ​ຊາ ນາ​ກາ​ມີ​ເນ ​ເຈົ້າ​ໜ້າ​ທີ່​ພິຈາລະນາ​ລະດັບ​ລັດຖະມົນຕີ​ຊ່ວຍ​ວ່າກາ​ນກະ​ຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ແລະ​ທ່ານ​ວູ​ເທ​ຮີ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ແລະ​ຊັບພະຍາກອນ​ສ ​ເກົາຫຼີ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂອງ​ປະ​ເທດ​ຕົນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ໃນ​ຄັ້ງ​ນີ້.

ການ​ເຈລະຈາ​ຮອບ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 5 ວັນ, 3 ຝ່າຍ​ຕົ້ນຕໍ​ຈະ​ປຶກສາ​ຫາລື​ໃນ​ບັນຫາ​ຕ່າງໆ​ເຊັ່ນ​ຮູບ​ແບບ​ການ​ຫຼຸດ​ພາສີຂອງ​ການ​ຄ້າ​ສິນຄ້າ, ຮູບ​ແບບ​ການ​ເປີດ​ປະຕູ​ຂອງ​ການ​ຄ້າ​ການ​ບໍລິການ​ແລະ​ການ​ລົງທຶນ, ​ແລະ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຂອບ​ເຂດ​ແລະ​ຂົງ​ເຂດ​ຂອງ​ສັນຍາ. ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ ຍີ່ປຸ່ນ​ແລະ​ສ ​ເກົາຫຼີ​ໄດ້​ເລີ່​ມດຳ​ເນີນ​ຂຶ້ນ​ມາ​ຢ່າງ​ເປັນ​ທາງ​ການແຕ່​ເດືອນ​ພະຈິກ​ປີ 2012, ມາ​ຮອດ​ປັດຈຸບັນ​ໄດ້​ຈັດການ​ເຈລະ​ຈາ​ຢ່າງ​ເປັນ​ທາງ​ການ​ມາ 4 ຮອບ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ