ປະທານາທິບໍດີ​ມຽນມາ​ຮຽກຮ້ອງ​ໃຫ້​ຜູ້ນຳ​ວົງ​ການ​ການ​ເມືອງ​ແລະ​ທຸລະ​ກິດ​ຈົ່ງ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຮັບປະກັນ​ບໍ່​ໃຫ້ການ​ປະຕິ​ຮູບ​ຢຸດ​ສະ​ງັກ
2014-09-01 16:39:46  cri 
ວັນ​ທີ 1 ກັນຍາ​ນີ້, ທ່ານ​ເທັນ​​ເຊັນ ປະທານາທິບໍດີ​ມຽນມາ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ນຳ​ດ້ານ​ການ​ເມືອງ, ​ເສດຖະກິດ​ແລະ​ສັງຄົມ​ບໍ່​ຄວນ​​​ສະ​ເພາະ​ແຕ່​ ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງລັດຖະບານ​ຫຼື​ບໍ່​ເທົ່າ​ນັ້ນ, ​ແຕ່​ຄວນ​ເບິ່ງ​ບັນຫາ​ດ້ວຍ​ທັດສະນະ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ, ພະຍາຍາມ​ຮ່ວມ​ກັນ​ເພື່ອ​ເ​ຮັດ​ໃຫ້​ທ່ວງທ່າ​ຂອງການ​ປະຕິ​ຮູບ​ໃນ​ປັດຈຸບັນ​ບໍ່​ຫຼຸດ​ລົງ,ບໍ່​ຢຸດ​ສະ​ງັກ​ແລະ​ສືບ​ຕໍ່​ຮັກສາ​ຄວາມ​ມີ​ຊີວິດ​ຊີວາ​ຕໍ່​ໄປ.

ທ່ານ​ຍັງ​​ເລັ່ງລັດ​ໃຫ້​ຜູ້ນຳ​ການ​ເມືອງ, ຜູ້ນຳ​ກອງທັບ​, ຜູ້ນຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ຈົ່ງ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​,ນຳ​ໃຊ້​ວິທີ​ທາງ​ການ​ເມືອງ​ເພື່ອ​ບັນລຸ​ສັນຍາ​ຢຸດ​ຍິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໂດຍ​ໄວ, ​ແລ້ວ​ດຳ​ເນີນ​ຂະ​ບວນການ​ສົນທະນາ​ທາງ​ການ​ເມືອງ​ເພື່ອ​ບັນລຸ​ສັນຕິພາບ​ຖາວອນ​ແລະ​​​ໃຫ້​ປະ​ເທດ​ມີ​ການ​ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ