ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ຄວນ​ຂົ່ມຂູ່​ດ້ວຍ​ການ​ລົງ​ໂທດ
2014-09-01 18:22:25  cri 
ວັນ​ທີ 1 ກັນຍານີ້, ທ່ານ​ເຊີ​​ເກ ລັຟຣົ​ຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຈົ່ງ​ດຳ​ເນີນ​ການ​ສົນທະນາ​ກັບຣັດ​ເຊຍ, ​ແຕ່​ບໍ່​ແມ່ນ​ຂົ່ມຂູ່ດ້ວຍ​ການ​ລົງ​ໂທດ. ທ່ານ​ກ່າວ​ຢ້ຳວ່າຣັດ​ເຊຍ​ຈະ​ບໍ່​ແຊກ​ແຊງ​ທາງ​ການ​ທະຫານ​ຕໍ່ອູ​ແກຣນ.

ກ່ອນ​ໜ້າ​ນີ້, ຝ່າຍ​ສະຫະພາບ​ເອີຣົບ​ໄດ້​ກ່າວ​ວ່າ, ຈະ​ວາງ​ແຜນການ​ສະ​ເໜີ​ພາຍ​ໃນ 1 ອາທິດ, ​ແລະ​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ຕື່ມ​ອີກ​ຕໍ່ຣັດ​ເຊຍ​ໂດຍ​ອີງ​ຕາມ​ສະພາບ​ການ​ຂະຫຍາຍຕົວ ຂອງ​ສະຖານະ​ການ​​ຢູ່​ອູ​ແກຣນ.

ໃນ​ວັນ​ດຽວ​ກັນ, ທ່ານ​ລັຟຣົຟ ​ໄດ້​ກ່າວ​ປາຖະກະຖາ​ຢູ່​ສະ​ຖາ​ບັນການ​ພົວພັນ​ສາກົນ​ມົສກູ​ໂດຍ​ກ່າວ​ວ່າ, ມາດ​ຕະການ​ຂອງ​ສະຫະພາບ​ເອີຣົບ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຍັງ​ຮຸນ​ແຮງ​ທີ່​ສຸດ. ປະ​ເທດ​ຕາ​ເວັນຕົກ​ຄວນ​ດຳ​ເນີນ​ການ​ສົນທະນາ​​ແຕ່​ບໍ່​ແມ່ນ​ຂົ່ມຂູ່ຣັດ​ເຊຍ​ດ້ວຍ​ການ​ລົງ​ໂທດ​ແລະ​ຄວາມ​ຮຽກຮ້ອງ​ທີ່​ບໍ່​ຕິດ​ແທດ​ຕົວ​ຈິງ. ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, ຣັດ​ເຊຍ​ຈະ​ພິຈາລະນາ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕົນ,​ເພື່ອ​ຮັບ​ມື​ກັບ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນຕົກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ