ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ອາຊ​ຽນຢືນ​ຢູ່​ຈຸດ​ເລີ່​ມຕົ້ນ​ໃໝ່
2014-09-01 16:08:25  cri 
ພາຍຫລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຈີນ​ອາຊ​ຽນຢູ່​ມຽນມາ​ໃນ​ອາທິດ​ແລ້ວ​ນີ້​ແລ້ວ,ທ່ານ​ກ່າວ​ຫູ​ເສີງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຂອງຈີນ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ,​ໃນ​ກອງ​ປະຊຸມ,ລັດຖະມົນຕີ​ອາຊ​ຽນ​ກ່າວ​ວ່າ,ຍິນ​ດີ​ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21,​ເຫັນ​ດີ​ເລີ່​ມຕົ້ນ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາຊຽນສະບັບ​ຍົກ​ລະດັບ.ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ອາຊ​ຽນ​​ໄດ້​ຢືນ​ຢູ່ຈຸດ​ເລີ່​ມຕົ້ນ​ໃໝ່.

ທ່ານ​ກ່າວ​ຫູ​ເສີງ​ຊີ້​ອອກ​ວ່າ,ຈຸດ​ສຸມ​ຂອງ​ເສັ້ນທາງ​ສາຍ​​ໄໝ​ທາງ​ທະ​ເລ​ກໍ​ຄືການ​ຮ່ວມ​ມື​ດ້ານ​ເສດຖະກິດ,ບໍ່​ພົວພັນ​ເຖິງ​ຂົງ​ເຂດ​ການ​ທະຫານ​ແລະ​ຄວາມ​ໝັ້ນຄົງ.ນອກ​ນີ້,ສາ​ເຫດ​ທີ່​ຈະ​ເລີ່​ມຕົ້ນ​ການ​ເຈລະຈາ​ເຂດການ​ຄ້າ​ເສລີ​ຈີນ​-ອາຊ​ຽນສະບັບ​ຍົກ​ລະດັບ​ແມ່ນ​ຍ້ອນ​ຈີນ​ແລະ​ອາຊ​ຽນ​​ໄດ້​ເຫັນເປັນ​ເອກະສັນ​ກັນ​​ວ່າ,ສັນຍາ​ເຂດການ​ຄ້າ​ເສລີ​ທີ່​ເຊັນ​ເມື່ອ 10 ປີ​ກ່ອນ​ບໍ່​ສອດຄ່ອງ​ກັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ແໜ້ນ​ແຟ້ນແລະ​ກຳລັງ​ການ​ພັດທະນາລະຫວ່າງ​ຈີນ​ອາຊ​ຽນ​ໃນ​ປະຈຸ​ບັນ​ນັ້ນ​ຢ່າງ​ສົມບູນ​ແລ້ວ,ມີ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ ສະບັບຍົກ​ລະດັບ.

ທ່ານ​ກ່າວ​ຫູ​ເສີງ​ເວົ້າ​ວ່າ,ຜູ້​ຮ່ວມ​ປະຊຸມ​ຍັງ​ມີ​ຄວາມ​​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຮົງ​ກົງ​ຈີນ​ປຶກສາ​ຫາລື​​ແລະເຊັນ​ສັນຍາ​ເຂດການ​ຄ້າ​​ເສລີ​ກັບ​ອາຊ​ຽນ.ລັດ​ຖະບານ​ກາງຂອງ​ຈີນ​ຍິນ​ດີ​ຊຸກ​ຍູ້​ເຂດ​ຮົງ​ກົງ​ຈີນ​ບັນລຸ​ສັນຍາ​ເຂດ​ການ​ຄ້າ​ເສລີ​ຮົງ​ກົງ​ອາຊ​ຽນຕາມ​ທີ່​ໄດ້​ປຶກສາ​​ແລະຕົກລົງ​ກັນ​​ແລ້ວນັ້ນ​ກັບ​ອາຊຽນ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ