ອົງການ​ອຳນາດ​ສູງ​ສຸດ​ແຫ່ງ​ລັດ​ຈີນ​ເປີດ​ໄຟ​ຂຽວ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຂດ​ຮົງ​ກົງ​ຈີນ
2014-09-01 16:09:25  cri 
ຕອນບ່າ​ຍາວັນ​ທີ 31 ສິງຫາ​ແລ້ວ​ນີ້,ກອງ​ປະຊຸມ​ຄັ້ງ​ທີ 10 ຂອງຄະນະ​ກຳມະການ​ປະຈຳ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ຮັບຮອງ​ມະຕິ​ຕົກລົງ​ກ່ຽວ​ກັບ​ບັນຫາ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​ບໍລິຫານ​ແລະ​ວິທີ​ກຳ​ເນີ​ດສະພາ​ນິຕິບັນຍັດ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ,​ໂດຍ​ຕົກລົງ​ເລີ່​ມ​ແຕ່​ປີ 2017 ​ເປັນ​ຕົ້ນ​ໄປ,ການ​ເລືອກ​ຕັ້ງ​ຜູ້​ວ່າການ​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສາມາດ​ປະຕິບັດ​ຕາມ​ວິທີ​ກາ​ນ​ເລືອກ​ຕັ້ງ​ທົ່ວ​ໄປ.

ພາຍຫຼງກອງ​ປະ​ຂຸມ​ສຳ​ເລັດ​ວຽກ​ລົງ​ຄະ​ແນນ​ສຽງ​ລາຍການ​ຕ່າງໆ​ແລ້ວ,ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ: "ນີ້​ແມ່ນ​ມະຕິ​ຕົກລົງ​ອັນ​ສຳຄັນ​ອີກ​ຂໍ້​ໜຶ່ງ​ທີ່​ຄະນະ​ກຳມະການ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ວາງ​ອອກກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ໂຄງ​ປະກອບ​ການ​ເມືອງ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໂດຍ​ອີງ​ຕາມກົດໝາຍ," "ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ປະຕິບັດ​ທິດ​ທາງນະ​​ໂຍບາຍ​ປະ​ເທດ​ດຽວ​ສອງ​ລະບົບ​ແລະ​ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ​ ການປົກ ຄອງ​​ໂດຍ​ຕົນ​ເອງ​ໃນ​ດັບ​ສູງ​ແລະ​ກົດໝາຍ​ພື້ນຖານ​ຮົງ​ກົງຢ່າງຮອບດ້ານ,​ແລະ​ຕໍ່ກັບການ​ຊຸກ​ຍູ້​ໃຫ້​ຮົງ​ກົງພັດ​ທະ​ນາ​ປະຊາທິປະ​ໄຕ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ ປະຕິບັດ​ການ​ເລືອກ​ຕັ້ງ​ຜູ້​ວ່າການ​ໂດຍ​ທົ່ວ​ໄປ​ໃນ​ປີ 2017 ຕາມ​ກົດໝາຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ