ສ.​ເກົາຫຼີ​ກ່າວ​ວ່າ ສປປ​ເກົາຫຼີ​ໄດ້​ຍິງ​ລູກ​ສອນ​ໄຟ​ນໍາ​ວິຖີ​ໄລຍະ​ສັ້ນລູກໜຶ່ງ
2014-09-01 15:28:44  cri 

ວັນ​ທີ 1 ກັນຍາ​ນີ້, ສໍານັກ​ຂ່າວສານ Yonhap ຂອງ​ ສ.​ເກົາຫຼີ ​ໄດ້​ລາຍ​ງານ​ໂດຍ​ອີ​ງ​ໃສ່​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທະຫານ ສ.​ເກົາຫຼີ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ນໍາ​ວິຖີ​​ໄລ​ຍະ​ສັ້ນລູກ​ໜຶ່ງ​ໄປ​ສູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ.

ເຈົ້າໜ້າ​ທີ່​ທ່ານ​ໜຶ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິການ​ຮ່ວມ​ຂອງ​ກອງທັບ​ສ.​ເກົາຫຼີ​ກ່າວ​ວ່າ, ​ໃນ​ເວລາ 10 ​ໂມງ 30 ນາທີ ວັນ​ທີ 1 ກັນຍາ​ນີ້ຕາມ​ເວລາ​ທ້ອງຖິ່ນ, ຢູ່​​ແຂວງ chagang, ສປປ ​ເກົາຫຼີ​ໄດ້​ຍິງງ​ລູກ​ສອນ​ໄຟ​ນໍາ​ວິຖີ​​ໄລ​ຍະ​ສັ້ນລູກ​ໜຶ່ງ​ໄປ​ທາງ​​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ ​ໂດຍ​ບໍ່​ໄດ້​ແຈ້ງ​​ເຂດ​ຫ້າມບິນ​ກ່ອນ. ຕາມ​ວົງ​​ໂຄຈອນ, ລູກ​ສອນ​ໄຟນໍາ​ວິຖີ​ລູກນີ້​ເປັນ ballistic missile, ອາດ​ຈະ​ເປັນລູກ​ສອນ​ໄຟ​ນໍາ​ວິຖີ​ແບບ​ໃໝ່​ ຫຼື​ໜຶ່ງ​​ໃນ​ລະ​ບົບລູກ​ສອນ​ໄຟ​ນໍາ​ວິຖີ Scud ທີ່​ໄດ້ ​ປັບ​ໄລຍະ​ຍິງ​ແລ້ວ ​ເຊິ່ງມີ​ໄລຍະ​ຍິງ​ປະ​ມານ 220 ກິ​ໂລ​ແມັດ. ສ.​ເກົາຫຼີ​ຄາດ​ວ່າ, ລູກ​ສອນ​ໄຟ​ລູກ​ນີ້​ໄດ້​ຕົກ​ລົງ​ທະ​ເລ​​ໃນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ