ທ່ານຈ່າງກ່າວລີ້ກັບທ່ານວລາດິເມຍ ປູຕີນເຂົ້າຮ່ວມພິທີເລີ່ມຕົ້ນ​ການກໍ່ສ້າງ​ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ສາຍຕາ​ເວັນ​ອອກ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃນ​ດິນ​ແດນຣັດ​ເຊຍ
2014-09-02 14:40:08  cri 
ຕາມ​ຂ່າວCRI: ວັນ​ທີ 1 ກັນຍາ​ນີ້, ທ່ານ​ຈ່າງ​ກ່າວ​ລີ້​, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​​​ເຂົ້າ​ຢ້ຽມ​ຄຳນັບທ່ານ​ວລາດິ​ເມຍ ປູ​ຕີນ, ປະທານາທິບໍດີຣັດ​ເຊຍຢູ່​ເມືອງ​ຢາ​ຄູ​ສ​, ​ແລະ​ຮ່ວມ​​ກັບ​ທ່ານ​ວລາດິ​ເມຍ ປູ​ຕີນ​ເຂົ້າ​ຮ່ວມ​ພິທີ​ເລີ່​ມກໍ່ສ້າງ​ໂຄງການ​ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ສາຍຕາ​ເວັນ​ອອກ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ທີ່​ມີ​ຊື່ວ່າ "ກຳລັງ​ຊີ​ເບ​ຣີອາ"ພາຍ​ໃນ​ດິນ​ແດນຣັດ​ເຊຍ. ວັນ​ທີ 30 ສິງຫາ​ແລ້ວ​ນີ້, ຢູ່​ນະຄອນຫຼວງ​ມົສກູ​ຂອງຣັດ​ເຊຍ, ທ່ານ​ຈ່າງກ່າວ​ລີ້​ໄດ້​ຮ່ວມ​ກັບ​ທ່ານ​ອາ​ຄາ​ດີ ​ດະ​ໂວ​ໂຄ​ວິກ, ຮອງ​ນາຍົກລັດຖະມົນຕີຣັດ​ເຊຍ​ຮ່ວມ​​ເປັນປະທານ​ຈັດກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ