ການກ້າວ​ກະ​ໂດດ​ທີ່​ມີ​ລັກສະນະ​ປະຫວັດສາດ​​​ໃນ​ດ້ານ​ການ​ພັດທະນາ​ດ້ານ​ປະຊາທິປະ​ໄຕ​ເຂດ​ຮົງ​ກົງ
2014-09-02 14:40:35  cri 
ຕາມ​ຂ່າວCRI: ວັນ​ທີ 31 ສິງຫາ​ແລ້ວ​ນີ້, ກອງປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະ​ປະຈຳ​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຜ່ານ​ຂໍ້​ຕົກລົງ​ຂອງຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ກ່ຽວ​ກັບ​ບັນຫາ​ການ​ເລືອກຕັ້ງ​ທົ່ວ​ໄປ​ຂອງ​ຜູ້ວ່າການ​ບໍລິຫານ​​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ວິທີ​​ກຳ​ເນີ​ດ​ສະພາ​ນິຕິ​ບັນຍັດ​​ໃນ​ປີ 2016​. ໜັງສືພິມ​ຕ່າງ​ໆ​ຢູ່​ເຂດ​ຮົງ​ກົງ​ສະບັບ​ວັນ​ທີ 1  ກັນຍາ​ນີ້​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ກັບເລືອງນີ້, ​ໄດ້​ເຫັນ​​ເປັນ​ທົ່ວ​ໄປ​ວ່າ​ຂໍ້​ຕົກລົງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຫຼັກ​ໝັ້ນທີ່​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ສູນ​ກາງ​ໃນ​ການ​ປະຕິບັດ​ການ​​ເລືອກຕັ້ງ​ຜູ້ວ່າການ​ບໍລິຫານ​​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ແມ່ນ​ການ​ບຸກທະລຸ​ແລະ​ກ້າວ​ກະ​ໂດດ​ສຳຄັນ​ໃ​ນຂະ​ບວນການ​ປະຕິບັດນະ​ໂຍບາຍ "ປະ​ເທດ​ດຽວ ສອງລະບອບ​ ". ຫາງ​ສຽງ​ໄດ້​ຮຽກຮ້ອງ​ໃຫ້​ສັງຄົມ​ຮົງ​ກົງ​ຈົ່ງພິຈາລະນາ​ຢ່າງ​ສົມ​ເຫດ​ສົມ​ຜົນ, ​ປະຕິບັດ​ໂດຍ​ອີງ​ຕາມ​ກົດໝາຍ, ຮັບປະກັນ​ໃຫ້ການ​​ເລືອກ​ຕັ້ງໂດຍ​ທົ່ວ​ໄປ​ໄດ້​ຮັບ​ການ​ບັນລຸ​ຜົນ​ເປັນ​ຈິງ​ຢ່າງ​ສະດວກ.

ບົດ​ວິ​ຈານຂອງໜັງສືພິມ "ດ້າ​ໂກ່ງ​ປ້າວ" ​ໄດ້​ຊີ້​ອອກ​ວ່າ, ຂໍ້​ຕົກລົງ​ຂອງ​ຄະນະ​ປະ​ຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ການວາງ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ທີ່ທັງ​​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຮຽກຮ້ອງ​ດ້ານ​ປະຊາ​ທິປະ​ໄຕ​ຂອງ​ປະຊາຊົນ​ເຂດ​ຮົງ​ກົງ​ຢ່າງ​ເຕັ​ມທີ, ທັງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດດ້ານ​ການ​ພັດທະນາ​​ຂອງ​ຈີນໃນ​ປັດຈຸບັນ​ນີ້, ​ແມ່ນ​ການ​ບຸກທະລຸ​ແລະ​ກ້າວ​ກະ​ໂດດ​ສຳຄັນ​ໃນ​ຂະ​ບວນການ​ປະຕິບັດ​ນະ​ໂຍບາຍ "ປະ​ເທດ​ດຽວສອງລະບອບ​".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ