ທ່ານ​ມື້ງຈ້ຽນຈູ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ສົມ​ແກ້ວ ສີ​ລາ​ວົງ, ຜູ້​ວ່າການ​ແທນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ລາວ
2014-09-02 14:41:45  cri 



ຕາມ​ຂ່າວCRI: ວັນ​ທີ 1 ກັນຍາ​ນີ້, ທ່ານ​ມື້​ງຈ້ຽນຈູ້, ກຳມະການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາທິການ​ໃຫຍ່​ຂອງ​ຄະນະ​ກໍາມະການການ​ເມືອງ​ແລະ​ກົດໝາຍ​ສູນກາງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ສົມ​ແກ້ວ ສີ​ລາ​ວົງ, ຜູ້​ວ່າການ​​ແທນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ລາວຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ມື້​ງຈ້ຽນຈູ້​ກ່າວ​ວ່າ, ຫວັງ​ວ່າພາ​ກສ່ວນ​ປ້ອງ​ກັນ​ຄວາມ​ສະຫງົບຈີນ​ລາວ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃນ​ການ​ປະຕິບັດ​ກົດໝາຍຢູ່ຂົງ​ເຂດ​ລຸ່ມ​ນ້ຳ​ແມ່​ນ້ຳຂອງ​ຕື່ມ​ອີກ, ພະຍາຍາມ​ສ້າງກົນ​ໄກ​ດັ່ງກ່າວ​ໃຫ້​ເປັນ​ແບບຢ່າງ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ໃນ​​ພາກ​ພື້ນ; ປັບປຸງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດດັ້ງ​ເດີມ, ຕັ້ງໜ້າ​ບຸກ​ເບີກ​ຂົງ​ເຂດ​​ຮ່ວມ​ມື​ໃໝ່​ດ້ານ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ, ຕໍ່ຕ້ານການ​ເຂົ້າ​ອອກ​ແດນ​ຢ່າງ​ຜິດ​ກົດໝາຍ​, ​ການ​ກໍ່​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ.

ທ່ານ​ສົມ​ແກ້ວ ສີ​ລາ​ວົງ​ກ່າວ​ວ່າ, ຍິນ​ດີ​​ໃຫ້​ຮ່ວມ​ກັນ​ກັບ​ຈີນ, ຊຸກຍູ້​ໃຫ້ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃນ​ການ​ປະຕິບັດ​ກົດໝາຍ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຢ່າງ​ຕໍ່​ເນື່ອງ.

ທ່ານ​ກົວ​ເສີງ​ຄຸນ, ທີ່​ປຶກສາ​ແຫ່ງລັດ, ທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລະ​ຈັດການ​​ເຈລະຈາ​ກັບ​ທ່ານ​ສົມ​ແກ້ວ ສີ​ລາ​ວົງ​ເຊິ່ງສອງ​ຝ່າຍ​ໄດ້​ເຊັນ​ເອກະສານ​​ຮ່ວມ​ມື​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ