ຜູ້​ປະ​ທ້ວງ​ໃນ​ປາກິສຖານ​ບຸກ​ເຂົ້າສະຖານີ​ໂທລະພາບ​ແຫ່ງ​ຊາດ
2014-09-02 10:35:39  cri 
    ຕອນ​ເຊົ້າວັນ​ທີ 1 ກັນຍາ​ນີ້, ຜູ້​ປະ​ທ້ວງ​ຂອງ​ພັກ​ຝ່າຍ​ຄ້ານ​ຂອງ​ປາ​ກິສຖານ ​ໄດ້​ບຸກ​ເຂົ້າຕຶກ​ອາຄານ​ຂອງ​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ທີ່​ຕັ້ງຢູ່​ນະຄອນຫຼວງ ອິສລາມາ​ບັດ, ​ແລະ​ໄດ້​ເກີດ​ການ​ປະ​ທະ​ກັນ​ຂະໜາດ​ນ້ອຍ​ກັບ​ຕຳຫຼວດ. ຫຼັງຈາກ​ນັ້ນ ພາຍ​ໃຕ້​ຄວາມ​ຮຽກຮ້ອງ​ຂອງ​ເຈົ້າໜ້າ​ທີ່​ທະຫານ, ຜູ້​ປະ​ທ້ວງ​ໄດ້​ຖອນ​ໜີ​ອອກ​ຈາກ​ຕຶກ​ອາຄານ​ດັ່ງກ່າວ, ສະຖານະ​ການ​ຈຶ່ງ​ຖືກ​ຄວບ​ຄຸມ​ໄວ້ໄດ້.

    ສື່​ມວນ​ຊົນ​ປາ​ກິສຖານ​ລາຍ​ງານ​ວ່າ, ຜູ້​ປະ​ທ້ວງ​ບໍ່​ໄດ້​ເອົາ​ຫົວຊາ​ນຳ​ການ​ຂັດ​ຂວາງ​ຂອງ​ຜູ້​ປ້ອງ​ກັນ, ​ແລ້ວ​ບຸກ​ເຂົ້າຕຶກ​ອາຄານ​ຂອງ​ສະຖານີ​​ໂທລະພາບ, ​ແລະ​ໄດ້​ທຳລາຍ​ອຸປະ​ກອນ​ສ່ວນ​ໜຶ່ງ​ພາຍ​ໃນ​ຕຶກ, ​ເຮັດ​ໃຫ້​ສັນຍານຄື້ນ​ໂທລະພາບ​ແຫ່ງ​ຊາດ​ຂອງ​ປາ​ກິ​ສຖານ​ຖືກ​ຕັດຂາດ​ໄປ​ໃນ​ຊົ່ວ​ໄລຍະ​ໜຶ່ງ. ​ແຕ່​ປັດຈຸບັນ ສັນຍານຄື້ນ​ໂທລະພາບ​ໄດ້​ຟື້ນ​ຟູ​ສູ່​ຄວາມເປັນ​ປົກກະຕິ​ແລ້ວ, ​ແລະລະບຽບສັງຄົມ​ກໍ​ໄດ້​ຟຶ້ນຟູ​ເປັນ​ປົກກະຕິ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ