ອັງກິດ​ປະກາດ​ມາດ​ຕະການ​ໃໝ່​ເພື່ອ​ຮັບ​ມື​ກັບ​ການ​ກໍ່​ການ​ຮ້າຍ
2014-09-02 10:38:32  cri 
    ວັນ​ທີ 1 ກັນຍາ​ນີ້ ທ່ານ​​ແດ​ວິດ ຄາ​ເມ​ລອນ ນາຍົກລັດຖະມົນຕີອັງກິດ​ປະກາດ​ວ່າ, ອັງກິດ​ຈະ​ປະຕິບັດ​ມາດ​ຕະການ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ເຂັ້ມຂຸ້ນ​ກວ່າ​ເກົ່າ, ​ໂດຍ​ຈະ​ສະກັດ​ກັ້ນການທ່ອງທ່ຽວ​ຂ້າ​ມຊາດ​ຂອງ​ຜູ້​ຕ້ອງ​ຫາ​ກໍ່​ການ​ຮ້າຍ, ​ແລະ​ຈະ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ແລະ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ​ຕົນ.

    ທ່ານ​ຄາ​ເມ​ລອນ​ກ່າວ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຜູ້​ຄົນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ​ຂອງ​ຊີຣີທີ່​ຖືກ​ຈັບ​ຕົວ​ຢູ່​ອັງກິດ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ 5 ​ເທົ່າ, ອັງກິດ​ຍັງ​ໄດ້​ລຶບ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ 2 ໝື່ນ 8 ພັນ​ຂໍ້​ຢູ່​ເທິງ​ອິນ​ເຕີ​ເນັດ, ​ໃນ​ນັ້ນ ​ລວມທັງ​ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ກຸ່ມ ISIS, ອົງການ​ຈັດຕັ້ງຫົວ​ຮຸນ​ແຮງ​ 46 ຕອນ. ວັນ​ທີ 29 ສິງຫາ​ທີ່​ຜ່ານ​ມາ, ກະຊວງ​ພາຍ​ໃນ​ຂອງ​ອັງກິດ​ປະກາດ​ວ່າ, ຈະຍົກລະດັບຂອງ​ການ​ຂົ່ມ​ຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ​ສາກົນ​ທີ່​ອັງກິດ​ປະ​ເຊີນ​ໜ້ານັ້ນ ຈາກ "ຂ້ອນ​ຂ້າງ​ໜັກ​ໜ່ວງ" ຂຶ້ນ​ເປັນ "ໜັກໜ່ວງ", ​ເຊິ່ງໝາຍ​ຄວາມ​ວ່າ, ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫຼາຍທີ່​ຈະ​ເກີດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ