ຕວກກີ​ຮຽກ​ເຈົ້າໜ້າ​ທີ່​ການ​ທູດ​ຂອງ​ອາ​ເມ​ລິ​ກາມາ​ພົບ​ກໍລະນີ​ຖືກ​ລັກ​ຟັງ
2014-09-02 10:39:50  cri 
    ວັນ​ທີ 1 ກັນຍາ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ ​ໄດ້​ຮຽກ​ອຸປະ​ທູດ​ຊົ່ວຄາວ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ຕວກກີ, ​ເພື່ອ​ສະ​ແດງ​ຄວາມ​ຕໍ່​ວ່າ​ທັກ​ທ້ວງ​ໃນ​ກໍລະນີ​ທີ່ກົມ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຫຼື NSA ດຳ​ເນີນ​ການ​ລັກ​ຟັງ​ຕໍ່​ຕວກກີ ​ເຊິ່ງລາຍ​ງານ​ຂ່າວ​ໂດຍ​ສື່​ມວນ​ຊົນ.

    ຕອນ​ເຊົ້າວັນ​ທີ 1 ກັນຍາ​ນີ້ ທ່ານ​ເຣ​ເຊັບ ​ໄທ​ຢິບ ​​ແອວ​ໂດກ​ອັນ ປະທານາທິບໍດີ​ຕວກກີ​ກ່າວ​ວ່າ, ຕວກກີ​ຈະ​ດຳ​ເນີນ​ການ​ສຳຫຼວດກ່ຽວ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການ​ລັກ​ຟັງ​ຕວກກີ​ແນວ​​ໃດ ​ແລະ​ໄດ້​ຮັບ​ຂ່າວ​ລັບ​ອັນ​ໃດ​ແດ່.
ວັນ​ທີ 31 ສິງຫາ​ແລ້ວ​ນີ້ ວາລະສານ​ລາຍ​ສັບປະດາ Spiegel ຂອງ​ເຢຍລະ​ມັນ​​ໄດ້​ພິມ​ບົດ​ຄວາມ​ລົງ​ເວັບ​ໄຊ​ຂອງ​ຕົນ, ​ໂດຍ​ຂຽນ​ວ່າ, ອີງ​ຕາມ​ເອກະສານ​ກ່ຽວ​ກັບ​ໂຄງການ​ຕິດຕາມ​ລັກ​ຟັງ​ຂອງ​ພະ​ແນ​ກຂ່າວ​ລັບ​ຂອງ​ອາ​ເມ​ລິ​ກາ​ທີ່​ເປີ​ດ​ເຜີຍ​ໂດຍ​ທ້າວ​ເອດ​ໂວ​ດ ສະ​ໂນ​ເດັນ, ກົມ​ຮັກສາ​ຄວາມ​ໝັ້ນຄົງ​​ຂອງ​ອາ​ເມ​ລິ​ກາ​ແລະ​ອົງການ​ຂ່າວ​ລັບ​ຂອງ​ອັງກິດ ​ໄດ້​ດຳ​ເນີນ "ການ​ຕິດຕາມ​ລັກ​ຟັງ​ຢ່າງ​ຂະໜາດ​ໃຫຍ່" ຕໍ່​ຕວກກີ​ເປັນ​ເວລາ​ດົນ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ