ກອງ​ປະ​ຊຸມ​ລັດຖະມົນຕີສຶກສາ​ອາ​ຊຽນຄັ້ງ​ທີ8ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ
2014-09-11 15:08:51  cri 


(ກອງ​ປະ​ຊຸມ​ລັດຖະມົນຕີສຶກສາ​ອາ​ຊຽນຄັ້ງ​ທີ8ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ)




ຕາມ​ຂ່າ​ວCRI, ຕອນ​ເຊົ້າ​ວັນ​ທີ11ກັນຍາ​ນີ້, ກອງ​ປະ​ຊຸມ​ລັດຖະມົນຕີສຶກສາ​ອາ​ຊຽນຄັ້ງ​ທີ8​ໄ​ດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

​​ໃນ​ພິທີ​ເປີດ, ທ່ານ​ດຣ. ພັນ​ຄຳ ວິພາ​ວັນ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ຄັ້ງນີ້, ຈະ​ໄດ້​ທົບ​ທວນຄືນ​ກໍ່​ຄື​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ວຽກ​ທີ່​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ​ອາ​ຊຽນຄັ້ງ​ທີ7ຜ່ານ​ມາ, ກຳນົດ​ວິ​ໄສ​ທັດ, ທິດ​ທາງ​ແຜນການ​ແລະ​ການຈັດ​ລຽງ​ບູລິ​ມະ​ສິດ​ຂອງ​ການ​ພັດທະນາ​ການ​ສຶກສາ​ໃນ​ກອບ​ອາ​ຊຽນພາຍຫຼັງ​ປີ2015, ​ໂດຍ​ສະ​ເພາະ​ແມ່ນ​ແຜນ​ພັດທະນາ​ການ​ສຶກສາ​ໃນ​ໄລະ5ປີ(2016-2020). ສະ​ນັ້ນ​ຈຶ່ງ​ເວົ້າ​ໄດ້​ວ່າ, ກອງ​ປະຊຸມ​ຄັ້ງນີ້​ເປັນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​ແລະ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ວຽກ​ງານ​ການ​ສຶກສາ​ກໍ່​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ສຳລັບ​ບັນດາ​ປະ​ເທດ​ອາ​ຊຽນ, ກໍ່​ເປັນ​ນິມິດ​ໝາຍ​ອັນ​ດີທີ່​ຢືນຢັນ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ​ແນ​ໃສ່​ເພື່ອ​ຫຼຸດຜ່ອນ​ຊ່ອງ​ຫວ່າງ​ການ​ພັດທະນາ​ການ​ສຶກສາລະ​ຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນດ້ວຍ​ກັນ.

10ປະ​ເທດ​ສະມາຊິກ​ອາ​ຊຽນ, ຜູ້ຕາງໜ້າຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ປະ​ເທດ​ສະມາຊິກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ກອງ​ເລຂາ​ອາ​ຊຽນ, ອົງການ​ລັດຖະມົນຕີ​ສຶກສາ​ປອາ​ຊຽນ, ​ແລະ​ສະຫະພາບ​ເອີ​ລົບ​ທີ່​ເປັນ​ຜູ້​ສັງ​ເກດ​ການ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ