ທ່ານ​ສີ​ຈິ້ນ​ຜິ​ງ​ເຂົ້າ​ຮ່ວມ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ 3 ປະ​ເທດ​ຈີນ-ຣັດ​ເຊຍ​ແລະ​ມົງ​ໂກ​ລີ
2014-09-12 16:49:30  cri 


ວັນ​ທີ 11 ກັນຍາ​ນີ້, ຢູ່​ນະຄອນຫຼວງ​ດູ​ຊັນ​ເບ​ຂອງ​ຕາ​ຊີ​ກີ​ສະຖານ, ​ໄດ້​ຈັດ​ໃຫ້​ມີການ​ພົບ​ປະ​ເຈລະຈາ​ລະຫວ່າງ​ປະມຸກ​ລັດ 3 ປະ​ເທດ​ຈີນ,ຣັດ​ເຊຍ​ແລະ​ມົງ​ໂກ​ລີ​​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານ​ວລາ​ດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ, ທ່ານ​ຕະຊັກຮ໌ຢາ ​ເອ​​ເບ​ກດອກ, ປະທານາທິບໍດີ​ມົງ​ໂກ​ລີ​ເຂົ້າ​ຮ່ວມ​.


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ທັງ 3 ປະ​ເທດ​ຈີນ,ຣັດ​ເຊຍ​ແລະ​ມົງ​ໂກ​ລີ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ຄູ່​ຮ່ວມມື​ທີ່​ດີຕໍ່ກັນ. ພາຍ​ໃຕ້​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນ​ທີ່​ມີ​ການ​ປ່ຽນ​ແປງ​​ແລະ​ມີ​ຄວາມ​ສັບສົນ​ຫຼາຍ​ໃນ​ປະຈຸ​ບັນ, ປະມຸກ​ລັດ 3 ປະ​ເທດ​​ໄດ້​ມີການ​ພົບ​ປະ​ເຈລະຈາ​​ເປັນຄັ້ງ​ທຳ​ອິດ, ດຳ​ເນີນ​ການ​​​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ການ​ຮ່ວມ​ມື​ທີ່​ສາມຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ສາມາດ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ 3 ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບັນລຸການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​​ໂດຍ​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ, ຮ່ວມ​ກັນ​ພັດທະນາ, ຊຸກຍູ້​ຂະ​ບວນການ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ, ​ເຊິ່ງສິ່ງ​ທີ່​ກ່າວ​ມາ​ນັ້ນ​ແລະມີ​ຄວາມ​ຈຳ​ເປັນ​ຫຼາຍ, ກໍ່​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ຫຼາຍ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ຍຸດ​ທະ​ສາດ​ດ້ານ​ການ​ພັດທະນາ​ລະຫວ່າງ 3 ປະ​ເທດມີ​ຄວາມສອດຄ່ອງ​ກັນ​ໃນ​ລະດັບ​ສູງ. ຈີນ​ສະ​ເໜີ​ຂໍ້​ລິ​ເລີ່​ມ​ເພື່ອ​ຮ່ວມ​ກັນ​ສ້າງ​​ແລວ​ທາງ​ເສດຖະກິດ​ຂອງເສັ້ນທາງ​ສາຍ​ໄໝ, ​ໄດ້​ຮັບ​ຄວາມ​ຕອບ​ຮັບ​ທີ່​ຕັ້ງ​ໜ້າ​ຈາກ​ຝ່າຍຣັດ​ເຊຍ​ແລະ​ຝ່າຍ​ມົງ​ໂກ​ລີ.

ປະມຸກ​ລັດ​ຂອງ 3 ປະ​ເທດ​ດັ່ງກ່າວ​ເຫັນ​ວ່າ, ການ​ພົບ​ປະ​ໃນ​ຄັ້ງ​ນີ້​ມີ​ຜົນ​ປະ​ໂຫຍ​ດຫຼາຍ, ​ເຊິ່ງ​ຕ່າງ​ຝ່າຍ​ຈະ​ມອບ​ໝາຍໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ 3 ຝ່າຍ​ຈັດ​ຕັ້ງ​ປະຕິບັດ​ຄວາມ​​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ລະຫວ່າງ​ປະມຸກ​ລັດ​ຂອງ 3 ປະ​ເທດ, ຄົ້ນຄວ້າ​ຂໍ້​ສະ​ເໜີ​ດ້ານ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ, ​ເພື່ອ​ລາຍ​ງານ​ສະພາບ​ວຽກ​ງານ​ກັບ​ປະມຸກ​ລັດ​ຂອງ 3 ປະ​ເທດຢ່າງ​ທັນ​ການ. ສ້າງ​ກົນ​ໄກ​ປຶກສາ​ຫາລື​ຮ່ວມ​ກັນລະດັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ຮ່ວມ​ກັນ​ປະສານ​ງານ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ