ສປປ ​ເກົາຫຼີ ຕັດສິນ​ລົງ​ໂທດຄົນ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ດ້ວຍ​ວິທີການ​ດັດ​ສ້າງ​​ໂດຍ​ໃຫ້​ອອກ​ແຮງ​ງານ​ເປັນ​ເວລາ 6 ປີ
2014-09-15 17:15:57  cri 
ຕາມສຳນັກ​ຂ່າວສານ​ສູນ​ກາງເກົາຫຼີລາຍ​ງານ​ໃນ​ວັນ​ທີ 14 ກັນຍາ​ນີ້​ວ່າ, ມື້​ດຽວ​ກັນ, ສານ​ສູງ​ສຸດ​ຂອງ ສປປ ​ເກົາຫຼີ​ໄດ້ຕັດສິນ​ລົ​ງ​ໂທດ​ທ້າວ​​ເມ​ວເລີ ມັດ​ທີວ ​ໂຕດ​ດ໌, ຄົນ​ອາ​ເມ​ລິ​ກາ​​ດ້ວຍ​ວິທີການ​ດັດ​ສ້າງ​ໂດຍໃຫ້​ອອກ​ແຮງ​ງານ​ເປັນ​ເວລາ 6 ປີ.

ຕາມ​ຂ່າວ​ແຈ້ງວ່າ, ມື້​ດຽວ​ກັນ, ທ້າວ​ເມ​ວເລີ ເມັດທີວ ​ໂຕດ​ດ໌​ໄດ້​ສາລະພາບ​ວ່າໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຕໍ່​ສປປ ​ເກົາຫຼີ.

ກ່ອນ​ໜ້າ​ນີ້ສຳນັກ​ຂ່າວສານ​ສູນ​ກາງເກົາຫຼີ​ ລາຍ​ງານ​ວ່າ, ​ໃນ​ເດືອນ​ເມສາ​ຂອງ​ປີ​ນີ້, ທ້າວ​ເມ​ວເລີ ເມັດທີວ ​ໂຕດ​ດ໌​ໄດ້​ຈີກ​ທຳລາຍ​ໃບຢັ້ງຢືນ​ການທ່ອງທ່ຽວ​ທີ່​ອົງ​ກອນ​ທີ່​ກ່ຽວຂ້ອງ​ຂອງ ສປປ ​ເກົາຫຼີ ຢາຍ​ໃຫ້​ໃນ​ເວລາ​ເຂົ້າ​ໄປ ສປປ ​ເກົາຫຼີ ​ໃນ​ຖານະ​ເປັນ​ນັກ​ທ່ອງ​ທ່ຽວ, ​ແລະ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ວ່າ​ຈະ​ "ລີ້​ໄພ", ການ​ກະທຳ​ຂອງ​ລາວ​ໄດ້​ລະ​ເມີດ​ກົດໝາຍ​ແລະ​ຄວາມເປັນລະບຽບຮຽບຮ້ອຍຂອງ ສປປ ​ເກົາ​ຫຼີ ຢ່າງຮ້າຍແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ