ສໍາ​ເລັດ​ວຽກ​ງານ​ກະກຽ​ມງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11
2014-09-15 16:16:18  cri 

ວັນ​ທີ 16 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ​ກອງ​ປະຊຸມ​ສຸດ​ຍອດການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ​ເຂ​ດປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ. ປັດຈຸບັນ, ວຽກ​ງານ​ກະກຽມ​ໄດ້​ສໍາ​ເລັດ​ແລ້ວ. ຕອນ​ເຊົ້າ​ວັນ​ທີ 15 ກັນຍາ​ນີ້, ທ່ານ​ຮູ​ສົວຈິນ, ຮອງ​ຫົວໜ້າ​ຫ້ອງການ​ຂ່າວ​ກະຊວງ​ການ​ຄ້າ​ຈີນ ​ແລະ​ທ່ານ​ນາງ​ຢາງ​ຢ້ຽນຢ້ຽນ, ຮອງ​ເລ​ຂາ​ກອງ​ເລຂາ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ​ໄດ້​ແນະ​ນໍາ​ສະພາບ​ທີ່​ກ່ຽວຂ້ອງ​ຕໍ່​ສື່​ມວນ​ຊົນ ​ເຊັ່ນ​ວຽກ​ງານ​ຈັດ​ຕັ້ງ​ງານ​ວາງສ​ະ​ແດງ, ກິດ​ຈະ​ກໍາ​ສົ່ງ​ເສີມການ​ຄ້າແລະ​ການ​ລົງທຶນ​​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ, ວຽກ​ງານ​ກະກຽມ ​ແລະ​ອື່ນໆ.

ມາ​ຮອດ​ປັດຈຸບັນ, ຈໍານວນ​ບ່ອນ​ວາງສ​ະ​ແດງ​ທີ່​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆຮ້ອງຂໍມີ 6009 ບ່ອນ ​ເຊິ່ງ​ໄດ້​ລື່ນ​ກາຍ 30% ຂອງ​ຈໍານວນ​ບ່ອນ​ວາງສະ​ແດງ​ໃນ​ແຜນການ, ວິ​ສາ​ຫະກິດ​ທີ່​ຈະ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ຄັ້ງ​ນີ້ມີ 2330 ​ແຫ່ງ, ບ່ອນ​ວາງສະ​ແດງ​ທີ່​ໄດ້​ກໍານົດ​ໃນ​ແຜນການ​ມີ 4600 ບ່ອນ, ​ໃນ​ນັ້ນ​ລວມມີ​ບ່ອນ​ວາງສະ​ແ​​ດງສໍາລັບຕ່າງປະ​ເທດ​ທີ່​ລວມທັງ 10 ປະ​ເທດ​ອາ​ຊຽນ ຈໍານວນ 1259 ບ່ອນ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ລາວ, ​ມາ​ເລ​ເຊ​ຍ, ມຽນມາ ​ແລະ​ໄທ​ຈະ​ສືບ​ຕໍ່​ຈັບ​ຈ່ອງ​​ແລະ​ຮັບເໝົາ​ຮ້ານ​ວາງສະ​ແດງ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ