ຜູ້​ອໍານວຍ​ການ​ທະນາຄາ​ນພັດ​ທະ​ນາ​ທະວີບ​ອາ​ເມ​ລິ​ກາ​ກ່າວ​ວ່າ ສາ​ມາ​ດບັນລຸ​ເປົ້າ​ໝາຍ​ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້
2014-09-15 17:02:40  cri 

ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ນັກ​ວິ​ສາ​ຫະກິດ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນຕັ້ງ​ທີ 8 ຢູ່​ນະຄອນ​ສາງ​ຊ່າ​ຂອງ​ຈີນ, ທ່ານລຸ​ອິສ ອານ​ເບີ​ໂ​ຕ​ ​ໂມ​ເຣ​ໂນ, ຜູ້​ອໍານວຍ​ການ​ທະນາຄານ​ພັດທະນາ​ທ​ະວີ​ບອາ​ເມ​ລິ​ກາ ຫຼື IADB ​ກ່າວ​ວ່າ, ສາມາດ​ບັນລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ແຜນການ​ການ​ຮ່ວມ​ມື​ຈີນ-ອາ​ເມລິ​ກາລາ​ຕິນ ຄື​ຈະ​ບັນລຸ​ມູນ​ຄ່າ​ການ​ຄ້າ​ລະຫວ່າງສອງ​ຝ່າຍ​​ເຖິງ 500 ຕື້​ໂດ​ລາ​ໃນ 10 ປີ​ຕໍ່ໜ້າ.

ທ່ານ​ໂມ​ເຣ​ໂນ​ເຫັນ​ວ່າ, ​ໃນ 10 ປີ​ທີ່​ຜ່ານ​ມາ​, ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ເຕີບ​ໂຕ​ໄວ​ທີ່​ສຸດ, ​ແຕ່​ອາ​ເມ​ລິ​ກາ​ລາ​ຕິນ​ແລະ​ເຂດ​ກາຣີບີ​ຍັງຈະ​ສົ່ງ​ອອກ​ວັດຖຸ​ດິບ​ໄປ​ຈີນ​ເປັນ​ຕົ້ນຕໍ ​ເຊິ່ງມີ​ມູນ​ຄ່າ​ເພີ່ມ​ບໍ່​ສູງ, ສ່ວນ​ຈີນ​ສົ່ງອອກ​ຜະລິດ​ຕະພັນ​ດ້ານ​ອຸດສາ​ຫະກໍາ​ໄປ​ອາ​ເມລິ​ກາ​ລາ​ຕິນ​ເປັນ​ຕົ້ນຕໍ. ຖ້າ​ຢາກ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ລາ​ຕິ​ນ​ໃນ​ອະນາຄົດ, ກໍ​ຕ້ອງ​ເອົາ​ໃຈ​ໃສ່​ການ​ປ່ຽນ​ແປງ​ໂຄງ​ປະກອບ, ສົ່ງ​ເສີມ​ການ​ຄ້າ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ. ຕາມ​ສະຖິຕິ​ແລ້ວ, ​ໃນ​ປີ​ກາຍ​ນີ້, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ອາ​ເມ​ລິ​ກາ​ລາ​ຕິນ ​ເຊິ່ງມູນ​ຄ່າ​ການ​ຄ້າລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນ​ໄດ້​ເພີ່ມ​ຂຶ້ນ​ເຖິງ 261 ຕື້ 600 ລ້ານ​ໂດ​ລາຈາກ 12 ຕື້ 600 ລ້ານ​ໂດ​ລາ​ຂອງ​ປີ 2000 ​ເຊິ່ງ​​ເປັນ​ການເພີ່ມ​ຂຶ້ນ​ເກືອບ 21 ​ເທົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ