ຈີນ​ສົ່ງ​ໜ່ວຍ​ກວດ​ພະຍາດ​ຫ້ອງ​ທົດ​ລອງ​ເຄື່ອນ​ທີ່​ໄປ​ເຊຣາລີ​ໂອນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ນີ້​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ອີ​ໂບລາ
2014-09-16 15:51:07  cri 
ຕາມ​ຂ່າວ CRI ລາຍ​ງານ​ວ່າ, ວັນ​ທີ 16 ກັນຍາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ກະຊວງ​ການ​ຄ້າ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ​ໃນ​ວັນ​ດຽວ​ກັນ, ລັດ​ຖະ​ບານ​ຈີນ​ໄດ້​​ແຕ່ງ​ຕັ້ງ​ໜ່ວຍ​ກວດ​ພະຍາດ​ຫ້ອງ​ທົດ​ລອງ​ເຄື່ອນ​ທີ່​ຂອງ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຈີນ​ເຊິ່ງປະກອບ​ດ້ວຍ 59 ຄົນ​​ໃຫ້​ເດີນທາງ​ໄປ​ເຊຣາລີ​ໂອນ​ເພື່ອ​ດຳ​ເນີນ​ວຽກ​ງານ​ກວດພະຍາດ​ໄຂ້​ເລືອດ​ອອກ​ອີ​ໂບລາ, ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃນ​ດ້ານ​ການກວດ​ພະຍາດ​ຂອງ​ຫ້ອງ​ທົດ​ລອງ​ເຊຣາລີ​ໂອນ. ໜ່ວຍ​ກວດ​ພະຍາດ​ຫ້ອງ​ທົດ​ລອງ​ຂອງ​ຈີນ​ຈະອີງ​ໃສ່ໂຮງໝໍ​ມິດຕະພາບ​ຈີນ-​ເຊຣາລີ​ໂອນ​ ທີ່​ລັດຖະບານ​ຈີນ​ເປັນ​ຜູ້​ຊ່ວຍ​ເຫຼືອສ້າງ​ຂຶ້ນ​ນັ້ນ​ເປັນ​ສະຖານ​ທີ່​ເຮັດ​ວຽກ ​ເພື່ອ​ຊ່ວຍ​ເຫຼືອ​ເຊຣາລີ​ໂອນ​ດຳ​ເນີນ​ການ​ກວດ​ພະຍາດ​ໃນ​ຫ້ອງ​ທົດ​ລອງ​, ​ເຝົ້າຕິດຕາມ​ອາການ​ຄົນ​ປ່ວຍ​ແລະ​ວຽກ​ງານ​ດ້ານ​ອື່ນໆ​ອີກ.

ນັບ​ແຕ່​ປະ​ເທດ​ທີ່​ກ່ຽວຂ້ອງ​ຢູ່​ອາ​ຟຣິກກາ​ຕາ​ເວັນ​ຕົກ​ເກີດ​ການລະບາດ​ຂອງ​ພະຍາດ​ອີ​ໂບລາ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ມີ​ພະນັກງານ​ການ​ແພດ​ຈຳ​ນວນ 115 ຄົນ​​ໄປ​ສະໜັບສະໜູນ​ແລະ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​ຕາມ​ລຳດັບ, ຖ້າ​ບວກ​ກັບ​ພະນັກງານ​ການ​ແພດ 59 ຄົນ​ທີ່​ສົ່ງເພີ່ມ​ໃໝ່​ໃນ​ເທື່ອ​ນີ້, ຍອດ​ຈຳນວນ​ພະນັກງານ​ການ​ແພດ​​ຈະ​ບັນລຸ​ເຖິງ 174 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ