ອຸທິຍານດອກ​ໄມ້​ທີ່​ເປັນ​ທາງ​ວົກວົນທີ່​ຍາວ​ທີ່​ສຸດ​ໃນ​ໂລກ
2014-09-16 16:33:46  cri 

ສິ່ງ​ທີ່​ມ່ວນ​ທີ່​ສຸດ​ໃນ​ການ​ຍ່າງ​ທາງ​ວົກວົນ​ແມ່ນ​ຢູ່​ບ່ອນ​ທີ່​ວ່າ​ມີ​ທາງ​ທີ່ຖືກຕ້ອງ​ແທ້ໆ​ເສັ້ນ​ໜຶ່ງ, ​ແຕ່​ພັດ​ບໍ່​ຮູ້​ຊິ​ໄປ​ທາງ​ທິດ​ໃດ. ອຸທິຍານ​ດອ​ກ​ໄມ້​ທີ່​ເປັນ​ທາງ​ວົກວົນ​ເຊິ່ງເປັນ​​ເສັ້ນທາງ​ຍາວ​ທີ່​ສຸດ​ໃນ​​ໂລກ​ແມ່ນ​ຕັ້ງ​ຢູ່​ໃນ​ບ່ອນ​ຕາກ​ອາກາດLongLeat ຂອງ​ອັງກິດ. ອຸ​ທິ​ຍານ​ດອກ​ໄມ້​ແຫ່ງ​ນີ້​ໄດ້​ອອກ​ແບບ​ແລະ​ສ້າງ​ຂຶ້ນ​ໃນ​ປີ 1975, ມີ​ຄວາມຍາວ​ທັງ​ໝົດ​ເຖິງ 2,72 ກິ​ໂລ​ແມັດ, ກວມ​ເນື້ອ​ທີ່​ປະມານ 4 ​ເຮັກ​ຕາ, ສະ​ເລ່ຍ​ແລ້ວ, ຜູ້​ຍ່າງ​ຕ້ອງ​ໃຊ້​ເວລາ​ປະ​ມານ ຊົ່ວ​ໂມງ​ເຄິ່ງ​ຈິ່ງ​ຈະ​ສາ​ມາດ​ຊອກ​ທາງ​ອອກ​ໄດ້.​ແຕ່​ວ່າ​ເພື່ອ​ບໍ່​ໃຫ້​ຜູ້​ທ້າ​ທາຍ​ຫຼົງ​ທາງ​ດົນ​ເກີນ​ໄປ, ຢູ່​ໃນ​ທາງ​ວົກວົນ​ໄດ້​ມີ​ຂົວ​ໄມ້​ສີ​ຂີ້​ເທົ່າ​ທັງ​ໝົດ 6 ​ແຫ່ງ, ​ເຊິ່ງຜູ້​ທ້າ​ທາຍ​ສາມາດ​ຂຶ້ນ​ຂົວ​ເຫຼົ່າ​ນີ້​ເພື່ອ​ສັງ​ເກດ​​ເບິ່ງວ່າ​ຕົນ​ເອງ​ກຳລັງ​ຢູ່​ຈຸດ​ໃດຂອງທາງ​ວົກວົນ​ແຫ່ງ​ນີ້.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ